ຫຼີກລ້ຽງການໃຫ້ຂອງຂວັນໂດຍກົງແກ່ເດັກ ຫຼື ພາພວກເຂົາໄປບ່ອນອື່ນຄົນດຽວ
ເປັນຫຍັງບັນຫາດັ່ງກ່າວຈຶ່ງສຳຄັນ?
ໃນຂະນະທີ່ພວກເຮົາອາດຮູ້ສຶກວ່າ ການຕິດຕໍ່ພົວພັນກັບເດັກຊົນນະບົດ ແມ່ນປະສົບການພິເສດ, ແຕ່ໃນຄວາມເປັນຈິງແລ້ວ ມັນອາດເປັນໄພອັນຕະລາຍຕໍ່ພວກເຂົາ. ການຕິດຕໍ່ກັບເດັກນັ້ນສອນໃຫ້ ພວກເຂົາຄົບຄ້າສະມາຄົມກັບຄົນແປກໜ້າ ຜູ້ທີ່ສ່ວນໃຫຍ່ແລ້ວບໍ່ມີເຈດຕະນາດີຢູ່ໃນໃຈຕະຫຼອດ ເວລາ. ການຫຼິ້ນ, ການເອົາສິ່ງຂອງໃຫ້ ຫຼື ການພາເດັກໄປສະຖານທີ່ຕ່າງໆນັ້ນເຮັດໃຫ້ເດັກໃວ້ວາງ
ໃຈຜູ້ໃຫຍ່ທີ່ເປັນຄົນແປກໜ້າໂດຍບໍ່ມີພໍ່ແມ່ ຫຼື ການເບິ່ງແຍງຂອງຜູ້ດູແລ ແລະ ບໍ່ໄດ້ຮັບອະນຸຍາດ. ຄົນຜູ້ທີ່ຊອກຫາວິທີເຮັດໃຫ້ເດັກໄດ້ຮັບອັນຕະລາຍນັ້ນສ່ວນໃຫຍ່ແລ້ວມັກຈະສ້າງຄວາມສຳພັນກັບ ເດັກຕະຫຼອດເວລາ ສ່ວນຫຼາຍພົວພັນກັບຂອງຝາກ ແລະ ສິນບົນ. ສິ່ງດັ່ງກ່າວນີ້ອາດເຮັດໃຫ້ເດັກ ສັບສົນ ແລະ ມີຄວາມສ່ຽງຫຼາຍ.
ສະນັ້ນ ຂ້ອຍສາມາດເຮັດຫຍັງແດ່ເພື່ອຊ່ວຍເດັກເຫຼົ່ານັ້ນ?
ບໍ່ຄວນໃຫ້ຂອງຂວັນໂດຍກົງແກ່ເດັກ ຫຼື ພາພວກເຂົາໄປບ່ອນອື່ນຄົນດຽວ ໂດຍບໍ່ມີຜູ້ປົກຄອງ ແລະ ການອະນຸຍາດ. ແທນທີ່ຄວນຈະປະກອບສ່ວນໃຫ້ກັບອົງການຈັດຕັ້ງ ແລະ ວິສາຫະກິດ ທີ່ກໍາລັງເຮັດວຽກເພື່ອຊ່ວຍເຫຼື່ອເດັກ ແລະຄອບຄົວກຸ່ມສ່ຽງ.
ໃນເຂດຊົນນະບົດ ແລະ ຊຸມຊົນຂະຫນາດນ້ອຍ ແມ່ນຄວນຈະຕ້ອງໄປພົບນາຍບ້ານ ຫຼືຄະນະບ້ານ ແລະເອົາຂອງຂວັນມອບໃຫ້ພວກເຂົາ. ພວກເຂົາສາມາດຮັບປະກັນໄດ້ວ່າຂອງຂ້ວນທຸກຢ່າງຈະຖືກແຈກຢາຍຢ່າງຍຸດຕິທຳ ໃຫ້ກັບເດັກນ້ອຍທີ່ມີຄວາມຕ້ອງການຫຼາຍທີ່ສຸດ. ຖ້າຫາກວ່າຈະໄປຢ້ຽມຢາມຊົນເຜົ່າກຸ່ມນ້ອຍ ມັນເປັນການທີ່ດີທີ່ສຸດທີ່ບໍ່ເອົາເຄື່ອງຂອງເຫຼົ່ານີ້ເຊັ່ນ: ເຂົ້າຫນົມຫວານ, ເຄື່ອງນຸ່ງ ຫຼື ຢາ ເພາະອາດຈະສົ່ງຜົນກະທົບຕໍ່ປະເພນີໃນການດຳລົງຊີວິດຂອງເຂົາເຈົ້າ.