ເລືອກໂຮງແຮມ ແລະ ຫົວໜ່ວຍທຸລະກິດຕ່າງໆທີ່ປະຕິບັດມາດຕະຖານການປົກປ້ອງສິດທິເດັກ
ເປັນຫຍັງບັນຫານີ້ຈຶ່ງສຳຄັນ?
ເດັກທີ່ຢູ່ຕາມແຫຼ່ງທ່ອງທ່ຽວຕ່າງໆໂດຍສະເພາະແລ້ວແມ່ນຜູ້ທີ່ອາດຈະໄດ້ຮັບຜົນກະທົບຕໍ່ການທາລຸນ ທາງຮ່າງກາຍ, ອາລົມຈິດ ແລະ ທາງເພດ. ອຸດສາຫະກຳທ່ອງທ່ຽວມີພະລັງອັນມະຫາສານ ແລະ ເປັນ ໄປໄດ້ທີ່ຈະເຮັດໃຫ້ການທ່ອງທ່ຽວນັ້ນປອດໄພກວ່າເກົ່າສຳລັບເດັກ.
ສະນັ້ນຂ້າພະເຈົ້າຈະຊ່ວຍຫຍັງໄດ້ແດ່?
ເງິນທຸກໆໂດລາທີ່ທ່ານໃຊ້ນັ້ນສົ່ງຜົນສະທ້ອນຕໍ່ຜູ້ຄົນທີ່ຢູ່ອ້ອມໆຕົວທ່ານ, ດັ່ງນັ້ນ ຈົ່ງໃຊ້ອຳນາດຂອງ
ຜູ້ບໍລິໂພກຢ່າງສະຫຼາດ. ສະໜັບສະໜູນຫົວໜ່ວຍທຸລະກິດທີ່ດຳເນີນການໃນທາງບວກເພື່ອປົກປ້ອງ ສິດທິຂອງເດັກ ແລະ ສະໜັບສະໜູນຊຸມຊົນທ້ອງຖິ່ນສ້າງອານາຄົດທີ່ຍືນຍົງ. ເລືອກ ໂຮງແຮມ ແລະ ຫົວໜ່ວຍທຸລະກິດທີ່ປະຕິບັດມາດຖານການປົກປ້ອງສິດທິເດັກນ້ອຍ ແລະ ລະດົມຫົວໜ່ວຍທຸລະກິດ ອື່ນໆໃຫ້ຫັນມາປະຕິບັດມາດຖານທີ່ວ່ານັ້ນ. ຖ້າທ່ານພົບເຫັນເດັກທີ່ກຳລັງຖືກຂູດຮີດເພື່ອສ້າງຜົນປະ ໂຫຍດໃນຫົວໜ່ວຍທຸລະກິດ ຫຼື ການບໍລິການໃດໜຶ່ງທີ່ທ່ານກຳລັງຊິງຊອມເບິ່ງຢູ່ນັ້ນ, ຈົ່ງເວົ້າອອກມາ ແລະ ນຳໄປດຳເນີນການຢູ່ບ່ອນໃດໜຶ່ງ. ອຸດສະຫະກຳທ່ອງທ່ຽວສາມາດຕອບສະໜອງຄວາມຕ້ອງ ການຂອງທ່ານ.