Warning: "continue" targeting switch is equivalent to "break". Did you mean to use "continue 2"? in /home/thecode1/public_html/childsafetourism.org/wp-content/plugins/seo-ultimate/modules/class.su-module.php on line 1195

Warning: Declaration of Menu_With_Description::start_el(&$output, $item, $depth, $args) should be compatible with Walker_Nav_Menu::start_el(&$output, $item, $depth = 0, $args = NULL, $id = 0) in /home/thecode1/public_html/childsafetourism.org/wp-content/themes/childsafe_v2/functions.php on line 665
ທຳການສຶກສາຄົ້ນຄ້ວາກ່ອນຈະໄປຢ້ຽມຢາມ ຫຼື ອາສາສະໝັກເຮັດວຽກກັບເດັກທີ່ໄດ້ຮັບຜົນກະ ທົບຢູ່ຕ່າງປະເທດ

Child Safe Tourism

ທຳການສຶກສາຄົ້ນຄ້ວາກ່ອນຈະໄປຢ້ຽມຢາມ ຫຼື ອາສາສະໝັກເຮັດວຽກກັບເດັກທີ່ໄດ້ຮັບຜົນກະ ທົບຢູ່ຕ່າງປະເທດ

ເປັນຫຍັງສິ່ງດັ່ງກ່າວນັ້ນຈຶ່ງສຳຄັນ?

ຄວາມ​ຕັ້ງ​ໃຈດີແມ່ນບໍ່ພຽງພໍບາງຄັ້ງ ໂດຍບໍ່​ໄດ້ມີການຄຳນຶງ​ວ່າ ການ​ກະທຳ​ຂອງພວກເຮົາທີ່​ບໍ່​ໄດ້​ຕັ້ງ​ໃຈ​ອາດ​ເຮັດ​ໃຫ້​ເດັກ​ສ່ຽງ​ຕໍ່ອັນ​ລາຍ.

ອົງການ​ຢູນີ​ເຊັບ ຄາດຄະເນວ່າປະມານ 80% ຂອງເດັກນ້ອຍທີ່ຢູ່ໃນສະຖານ​ລ້ຽງ​ເດັກ​ບໍ່​ແມ່ນ​ເດັກ​ກຳພ້າ​ທີ່​ແທ້​ຈິງ. ການສະຫນັບສະຫນູນສະຖາບັນເຫຼົ່ານີ້ສາມາດຊຸກຍູ້ໃຫ້​ເກີດການແຍກເດັກອອກຈາກຄອບຄົວຂອງເຂົາເຈົ້າ. ການສຶກສາຄົ້ນຄວ້າໄດ້​ເຫັນວ່າ ການທ່ອງທ່ຽວ​ສະຖານລ້ຽງເດັກກຳພ້າ ແລະ ອາສາສະໝັກໃນໄລຍະສັ້ນ ສາມາດສ້າງຄວາມເສຍຫາຍຕໍ່ການພັດທະນາຂອງເດັກ ແລະ ຈິດທີ່ດີໄດ້.

ບ່ອນທີ່ບໍ່ມີ​ການ​ກວດກາ​ປະຫວັດ​ຂອງ​ຜູ້​ໃຫຍ່​ທີ່​ດີ​ພໍ ກ່ອນ​ທີ່​ຈະ​ໃຫ້​ເຂົາ​ເຈົ້າ​ໄປ​ພົບ​ປະ ຫຼື​ ເຮັດ​ວຽກ​ກັບ​ເດັກນ້ອຍ​ໃນ​ສະຖານ​ລ້ຽງ​ເດັກ​ກຳພ້າ ​ແລະ ​ຊຸມ​ຊົນ ອາດ​ເຮັດ​ໃຫ້​ເດັກ​ມີ​ຄວາມສ່ຽງ​ທີ່​ຈະ​ຖືກ​ລ່ວງ​ລະ​ເມີດ.

ຮຽນຮູ້ເພີ່ມເຕີມກ່ຽວກັບຄວາມສ່ຽງຂອງ “ການທ່ອງທ່ຽວສະຖານ​ລ້ຽງ​ກຳພ້າ​” ກ່ຽວ​ກັບເດັກ ​ໄດ້​ທີ່ນີ້.

ສະນັ້ນ ຂ້ອຍສາມາດເຮັດຫຍັງແດ່ເພື່ອຊ່ວຍເດັກເຫຼົ່ານັ້ນ?

ການທ່ອງທ່ຽວ​ອາສາ​ສະໝັກຄວນຈະມີຜົນກະທົບໃນທາງບວກຕໍ່ກັບຊຸມຊົນ ທີ່ບໍ່ເຮັດໃຫ້ເດັກຕົກຢູ່ໃນຄວາມສ່ຽງທີ່​ເປັນອັນຕະລາຍ. ດັ່ງນັ້ນ, ທ່ານ​ຄວນເຮັດການສຶກສາ​ຫາ​ຂໍ້​ມູນ​ກ່ອນ​ທີ່​ຈະ​ເດີນທາງ ຫຼື​ ເປັນ​ອາສາ​ສະໝັກກັບຊຸມຊົນຢູ່ຕ່າງປະເທດ ແລະ ຖາມຕົວທ່ານເອງວ່າ ທ່ານມີປະສົບການ ແລະ ຄຸນສົມບັດທີ່​ຈະເຮັດວຽກກັບ​ເດັກກຸ່ມສ່ຽງ.

ຊອກ​ຫາ​ວິທີ​ການ​ທີ່​ຈະ​ຊ່ວຍ​ໃຫ້​ເດັກ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ພາຍ​ໃນ​ຄອບຄົວ ຫຼາຍ​ກວ່າ​ການ​ໃຫ້​ເດັກ​ຢູ່​ພາຍ​ໃຕ້​ການ​ດູ​ແລ​ຂອງ​ສະ​ຖາ​ບັນ​ລ້ຽງ​ເດັກ. ອົງການຄວນຈະມີມາດຕະຖານທີ່ເຄັ່ງຄັດ ແລະ ລະບຽບການສໍາລັບການປົກປ້ອງ ແລະ ​ອາສາສະຫມັກຄວນເຮັດວຽກໃນການສ້າງຂີດຄວາມສາມາດ​ໃຫ້​ແກ່ພະນັກງານທ້ອງຖິ່ນ ແທນທີ່ຈະເຮັດວຽກໂດຍກົງກັບເດັກນ້ອຍ.

ມັນແມ່ນຄວາມທຸກຍາກ ບໍ່​ແມ່ນ​ຂາດຄວາມ​ຮັກຈາກຄອບຄົວ ທີ່ເຮັດໃຫ້ເດັກນ້ອຍຈໍານວນຫຼາຍ​ເຂົ້າ​ໄປອາໄສຢູ່ທີ່​ສະ​ຖາ​ບັນ​ລ້ຽງ​ເດັກ. ດັ່ງນັ້ນ, ການບໍລິຈາກໃຫ້ແກ່ອົງການຊ່ວຍ​ເຫຼືອ ສາມາດ​ສະໜອງ​ອາຫານ, ການກວດ​​ສຸຂະພາບ ​ແລະ​ການ​ສຶກສາ​ໃຫ້​ແກ່​ເດັກ​ທີ່​ທຸກ​ຍາກ ທີ່​ຈະ​ສາມາດ​ເຮັດ​ໃຫ້​ເດັກ​ໄດ້ຢູ່ກັບຄອບຄົວຂອງເຂົາເຈົ້າ – ບ່ອນທີ່ພວກເຂົາຢູ່.

For more information

  1. 1

    ແນວທາງກ່ຽວກັບການທ່ອງທ່ຽວແບບສະໝັກໃຈ

    ແນວທາງເຫຼົ່ານີ້ບັນທຶກການດຳເນີນງານທີ່ດີໃນການປົກປ້ອງເດັກໃນອຸດສະຫະກຳການທ່ອງທ່ຽວ ແບບສະໝັກໃຈ. ຈົ່ງເລືອກອົງການຕ່າງໆທີ່ສະໜັບສະໜູນມາດຕະຖານເຫຼ່ົານີ້.

    Visit site
  2. 2

    ການທ່ອງທ່ຽວສະຖານເດັກກຳພ້າ

    ອ່ານເພີ່ມຕື່ມກ່ຽວກັບຄວາມສ່ຽງທີ່ມີຕໍ່ເດັກໂດຍຜ່ານການທ່ອງທ່ຽວສະຖານເດັກກຳພ້າຈາກການ ໂຄສະນາຂອງອົງການເພື່ອນມິດສາກົນເຊິ່ງ ”ເດັກບໍ່ແມ່ນສິ່ງດຶງດູດທາງການທ່ອງທ່ຽວ.”

    Visit site
  3. 3

    ແນວທາງສະຫະປະຊາຊາດເພື່ອທາງເລືອກໃນການເບິ່ງແຍງເດັກ

    ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງເອກະສານທີ່ເນັ້ນໜັກວ່າ ເປັນຫຍັງການເບິ່ງແຍງ ເດັກໃນສະຖາບັນຈຶ່ງບໍ່ແມ່ນທາງເລືອກສຳລັບເດັກສ່ວນໃຫຍ່.

    Visit site