ບໍ່ໃຫ້ພົວພັນກັບກິດຈະກຳທາງເພດໃດໆກັບຄົນທີ່ມີອາຍຸຕ່ຳກ່ວາ18 ປີ
ເປັນຫຍັງມັນຈຶ່ງສຳຄັນ?
ການມີກິດຈະກຳທາງເພດກັບເດັກນ້ອຍແມ່ນຜິດກົດໝາຍ. ຕາມສົນທິສັນຍາສາກົນແລ້ວເດັກນອ້ຍແມ່ນ ຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ. ການກະທຳທີ່ຜິດແປກທາງເພດ ມີຜົນກະທົບທີ່ຮ້າຍແຮງໄລຍະຍາວຕໍ່ເດັກ. ພ້ອມກັນນັ້ນ ທ່ານອາດປະເຊີນໜ້າກັບຜົນຮ້າຍທີ່ຕາມມາທັງໃນປະເທດທີ່ທ່ານໄປທ່ອງທ່ຽວ ແລະ ເວລາທ່ານກັບຄືນປະເທດ.
ຂ້າພະເຈົ້າສາມາດເຮັດຫຍັງແດ່ຖ້າວ່າພົບເຫັນປະກົດການທີ່ໜ້າສົງໃສ?
ຖ້າຫາກທ່ານພົບເຫັນສິ່ງໃດກໍຕາມທີ່ເຮັດໃຫ້ທ່ານບໍ່ສະດວກສະບາຍ,ບໍ່ສະບາຍໃຈ, ເປັນຕາໜ້າລັງກຽດ ຫລື ເປັນຕາໜ້າຢ້ານກົວທ່ານຕ້ອງດຳເນີນການກັບສິ່ງເຫຼົ່ານັ້ນ. ຈົ່ງລາຍງານພຶດຕິກຳທີ່ໜ້າສົງໃສ ນັ້ນໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ຫຼື ຕົວແທນອົງການຈັດຕັ້ງສາກົນຕ່າງໆຕາມທີ່ີຢູ່ຂ້າງລຸ່ມນີ້.