ຊອກຫາທາງເລືອກທີ່ດີກວ່າ ໃນການໃຫ້ເງິນແກ່ເດັກຂໍທານ ຫຼື ຂາຍສິ່ງຂອງຕາມຖະໜົນຫົນທາງ
ເປັນຫຍັງບັນຫາດັ່ງກ່າວຈຶ່ງສຳຄັນ?
ເດັກນ້ອຍທີ່ອາໄສ ແລະ ເຮັດວຽກຕາມຖະໜົນຫົນທາງ ໂດຍສະເພາະແລ້ວແມ່ນເດັກທີ່ໄດ້ຮັບຜົນ
ກະທົບຈາກການທາລຸນທາງຮ່າງກາຍ, ອາລົມຈິດ ແລະ ທາງເພດ. ບາງຄັ້ງຄາວ ເດັກເຫຼົ່ານີ້ຖືກຜູ້
ໃຫຍ່ບັງຄັບໃຫ້ຂໍທານ ຫຼື ເຮັດວຽກຕາມຖະໜົນຫົນທາງ ແລະ ຂະນະດຽວກັນຄວາມຕັ້ງໃຈຂອງພວກ
ເຮົາອາດຈະດີ ທີ່ຈະໃຫ້ເງິນແກ່ເດັກໂດຍກົງ ເຊິ່ງນັ້ນຄືຈະເຮັດໃຫ້ບັນຫາດັ່ງກ່າວບໍ່ຈົບສິ້ນເພາະຈະ
ເຮັດໃຫ້ເດັກຢູ່ຕາມຖະໜົນຫົນທາງ ແລະ ເຮັດໃຫ້ພວກເຂົາໄດ້ຮັບຜົນກະທົບຈາກການທາລຸນດັ່ງ
ກ່າວຢ່າງງ່າຍດາຍ.
ສະນັ້ນ ຂ້ອຍສາມາດເຮັດຫຍັງແດ່ເພື່ອຊ່ວຍເດັກເຫຼົ່ານັ້ນ?
ຢ່າປ່ອຍໃຫ້ຄວາມຕັ້ງໃຈທາງການກຸສົນຂອງພວກເຮົາເປັນສິ່ງເສດເຫຼືອ ຫຼື ຫາຜົນປະໂຫຍດຈາກເດັກ
ເພື່ອຜົນກຳໄລ. ສະໜັບສະໜູນວິສະຫະກິດທີ່ເຮັດໃຫ້ ການເຮັດວຽກຂອງໄວໜຸ່ມ ແລະ ຄອບຄົວ
ຂອງເຂົາເຈົ້າປອດໄພກວ່າເກົ່າ,ບໍລິຈາກເງິນໃຫ້ແກ່ອົງການການກຸສົນເດັກທີ່ໜ້າເຊື່ອຖືເຊິ່ງເຮັດວຽກ ໂດຍກົງກັບເດັກທີ່ໄດ້ຮັບຜົນກະທົບຫຼືສະໜັບສະໜູນຫົວໜ່ວຍທຸລະກິດທີ່ຢູ່ໃນຊຸມຊົນປະກອບສ່ວນ ໂດຍກົງເພື່ອປັບປຸງຄວາມຜາສຸກຂອງຄອບຄົວແລະຕົວເດັກເອງ. ການດຳເນີນງານເຫຼົ່ານີ້ຈະຊ່ວຍ ຊຸມຊົນການເຮັດໃຫ້ເດັກບໍ່ໄປເຮັດວຽກຫຼືຂໍທານຕາມຖະໜົນຫົນທາງແລະເພື່ອອົບຮົມບົ່ມສອນພວກເຂົາເຈົ້າໃຫ້ດີກວ່າເກົ່າ. ອົງການຕ່າງໆທີ່ທ່ານສາມາດສະໜັບສະໜູນມີຢູ່ຂ້າງລຸ່ມນີ້.