Warning: "continue" targeting switch is equivalent to "break". Did you mean to use "continue 2"? in /home/thecode1/public_html/childsafetourism.org/wp-content/plugins/seo-ultimate/modules/class.su-module.php on line 1195

Warning: Declaration of Menu_With_Description::start_el(&$output, $item, $depth, $args) should be compatible with Walker_Nav_Menu::start_el(&$output, $item, $depth = 0, $args = NULL, $id = 0) in /home/thecode1/public_html/childsafetourism.org/wp-content/themes/childsafe_v2/functions.php on line 665
ກະຈາຍຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວທີ່ປອດໄພແກ່ເດັກ

Child Safe Tourism

ກະຈາຍຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວທີ່ປອດໄພແກ່ເດັກ

ເປັນຫຍັງມັນຈຶ່ງສຳຄັນ?

ຫຼາຍຄົນຮັບຮູ້ການຂູດຮີດເດັກ ແຕ່ສ່ວນຫຼາຍແລ້ວເບິ່ງຄືວ່າ ບໍ່ມີການຊວ່ຍເຫຼືອຫຍັງເລີຍເພື່ອ ທີ່ຈະປ່ຽນແປງສິ່ງດັ່ງກ່າວນັ້ນ. ເຖິງຢ່າງໃດກໍ່ດີການເຄື່ອນໄຫວນ້ອຍໆຂອງພວກເຮົາສາມາດເຮັດໃຫ້ມີ ການປ່ຽນແປງທີ່ໃຫຍ່ຫຼວງໄດ້. ພວກເຮົາຕ້ອງການຄວາມຊ່ວຍເຫຼືອຂອງທ່ານ ເພື່ອສ້າງການທ່ອງທ່ຽວ ທີ່ປອດໄພຕໍ່ເດັກນ້ອຍ. ມັນເປັນພຽງຊ່ວງເວລາທີ່ຄົນເຮົາຮູ້ກ່ຽວກັບສິ່ງທີ່ງ່າຍດາຍ ທີ່ພວກເຂົາສາມາດ ເຮັດໄດ້ໃນຂະນະທີ່ເດີນທາງທ່ອງທ່ຽວ. ພວກເຮົາສາມາດຫຼຸດຜ່ອນຄວາມສ່ຽງຂອງເດັກທີ່ຈະຖືກທາລຸນ ທາງດ້ານຮ່າງກາຍ, ຈິດໃຈ ແລະ ການທາລຸນທາງເພດ.

ສະນັ້ນຂ້າພະເຈົ້າຈະຊ່ວຍຫຍັງໄດ້ແດ່?

ດຳເນີນການເພື່ອໃຫ້ແນ່ໃຈວ່າ ການທ່ອງທ່ຽວໄດ້ຊ່ວຍເຫຼືອຊຸມຊົນທ້ອງຖິ່ນ, ເດັກ ແລະ ບໍ່ເຮັດໃຫ້ ພວກເຂົາໄດ້ຮັບອັນຕະລາຍ. ປຶກສາຫາລືກັັບໝູ່ເພື່ອນ, ຄອບຄົວ ແລະ ຊຸມຊົນກ່ຽວກັບວ່າ ຈະເປັນ ນັກເດີນທາງທີ່ບໍ່ກະທົບຕໍ່ເດັກໄດ້ແນວໃດ ຫຼື ແບ່ງປັນກິດຈະກຳຕ່າງໆເຫຼົ່ານັ້ນທາງອິນເຕີເນັດ. ຖ້າ
ຫາກວ່າທ່ານເປັນຫ່ວງເດັກນ້ອຍໃນເວລາເດີນທາງທ່ອງທ່ຽວຈົ່ງບອກພະນັກງານນຳທ່ຽວຂອງທ່ານ, ໂຮງແຮມ ແລະ ເພື່ອນນັກເດີນທາງດ້ວຍກັນ. ພວກເຮົາໄດ້ເຮັດວຽກຢ່າງຫ້າວຫັນຄຽງຄູ່ກັບອຸດສະ ຫະກຳການທ່ອງທ່ຽວເພື່ອສ້າງສະພາບແວດລ້ອມການທ່ອງທ່ຽວທີ່ປອດໄພຕໍ່ເດັກ ແລະ ການເຄື່ອນ ໄຫວຂອງທ່ານຈະຊ່ວຍສຸມຄວາມພະຍາຍາມໃສ່ການສ້າງການທ່ອງທ່ຽວດັ່ງກ່າວ. ຖ້າທ່ານກຳລັງສົ່ງ ເສີມ ຫຼື ເຮັດວຽກໃນດ້ານການທ່ອງທ່ຽວທີ່ປອດໄພຕໍ່ເດັກຢາກຟັງຄຳແນະນຳຈາກພວກທ່ານ. ກະລຸນາຕິດຕໍ່ພວກເຮົາ.