October 13, 2014
ຄວາມເຫັນຈາກຜູ້ເຂົ້າຢ້ຽມຢາມ: ການຂູດຮີດເດັກ ແລະ ສູນປົກປ້ອງເດັກອອນລາຍ. ເທັກໂນໂລຊີ ດີຈິຕໍແມ່ນມີຄວາມສຳຄັນສຳລັບເດັກ ແລະ ຊາວໝຸ່ມ. ພວກເຂົາໃຊ້ມັນໃນການຮຽນຮູ້, ຫລິ້ນ, ເວົ້າລົມກັບໝູ່ຄູ່, ເຂົ້າສັງຄົມ ແລະ ສະແດງອອກ ທາງຄວາມຄິດໃນວິທີສ້າງສັນຕ່າງໆ ບໍ່ວ່າຈະເປັນການແບ່ງປັນຮູບພາບ, ວິດີໂອ, ຊ່ອງຫລີ້ນເກມ ຫລື ເຖິງຈະເຮັດໂປແກຣມດ້ວຍຕົວເອງ, ໂລກອອນລາຍຈຶ່ງເປັນສະຖານທີ່ໆເຕັມໄປດ້ວຍໂອກາດດີໆ. ຢ່າງໃດກໍ່ຕາມ, ເທັກໂນໂລຊີດີຈິຕໍ ກໍ່ນຳຄວາມສ່ຽງມາສູ່ເດັກໄດ້ເຊັ່ນກັນ ມີການເຊື່ອມໂຍງກັນລະຫວ່າງການລ່ວງລະເມີດເດັກໃນທຸລະກິດທ່ອງທ່ຽວ ແລະ ເທັກໂນໂລຊີດີຈິຕໍ. ຜູ້ລ່ວງລະເມີດທາງເພດເດັກມັກທີ່ຈະໃຊ້ມັນໃນການເຂົ້າໄປລໍ້ລວງເດັກ ເພື່ອການລ່ວງລະເມີດທາງເພດທາງອອນລາຍ. ຜູ້ປົກຄອງ ແລະ ຜູ້ເບິ່ງແຍງເດັກສາມາດສ້າງການປ່ຽນແປງທີ່ສຳຄັນໃນການຫລຸດຜ່ອນຄວາມສ່ຽງຕໍ່ເດັກ ແລະ ຊ່ວຍໃຫ້ພວກເຂົາປອດໄພໄດ້. ເປັນສິ່ງທີ່ສໍາຄັນທີ່ຜູ້ປົກຄອງ ແລະ ຜູ້ເບິ່ງແຍງເດັກຈະຕ້ອງເຂົ້າໃຈວ່າເດັກກຳລັງເຮັດຫຍັງບາງຢ່າງໃນໂລກອອນລາຍ ແລະ ເວົ້າລົມກັບພວກເຖິງຄວາມສ່ຽງຕ່າງໆທີ່ອາດຈະເກີດຂຶ້ນ. ເຄັດລັບທີ່ດີທີ່ສຸດສຳລັບຜູ້ປົກຄອງ ແລະ ຜູ້ເບິ່ງແຍງເດັກ: ສອບຖາມເວັບໄຊທີ່ເດັກເຂົ້າໃຊ້- ການເຮັດແບບນີ້ທ່ານສາມາດຮູ້ວ່າເດັກກໍາລັງເຮັດຫຍັງຢູ່ ແລະ ກິດຈະກໍາຫລັກຂອງເຂົາມີຫຍັງແດ່ ແລະ ໂດຍການຈົດບັນທຶກຊື່ຂອງເວັບໄຊຕ່າງໆທີ່ເດັກເຂົ້າເບິ່ງ. ທ່ານສາມາດເຂົ້າໄປກວດສອບໄດ້ເວລາເດັກບໍ່ຢູ່ ແລະ ຮຽນຮູ້ວິທີການລາຍງານໃຫ້ຜູ້ສ້າງເວັບໄຊໂດຍກົງ. ໝັ້ນໃຈວ່າຂໍ້ມູນຂອງເດັກໄດ້ຖືກຕັ້ງຄ່າໄວ້ເປັນສ່ວນຕົວ- ເຄືອຂ່າຍທາງສັງຄົມອອນລາຍເຊັ່ນ: ເຟສບຸກ, ອິນສະຕຣາແກຣມ …
Read more
September 2, 2013
ໃຫ້ຂໍ້ມູນໂດຍ – ທ່ານ ອາມະລີ ເມັກຄອຍ, ຫົວຫນ້າຊ່ຽວຊານການປົກປ້ອງເດັກຂອງອົງການຢູນີເຊັບປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ການລ່ວງລະເມີດ, ການປ່ອຍປະລະເລີຍ, ການໃຊ້ຄວາມຮຸນແຮງ ແລະ ການຂູດຮີດເດັກ ແມ່ນໄດ້ແຜ່ຂະຫຍາຍຫຼາຍຂຶ້ນຢ່າງໜ້າເປັນຫວ່ງ ແລະ ຜົນກະທົບຕໍ່ເດັກສາມາດເກີດຂຶ້ນທັນທີ ເຊິ່ງໄດ້ສົ່ງຜົນໄລຍະຍາວ ແລະ ສ້າງຄວາມເສຍຫາຍຢ່າງໃຫຍ່, ບົດລາຍງານຄົ້ນຄວ້າຂອງອົງການຢູນີເຊັບ ທີ່ໄດ້ເຜີຍແພ່ໃນປີ 2012 ການປະຕິບັດທີ່ບໍ່ດີຕໍ່ເດັກ: ການແພ່ຂະຫຍາຍຂອງເຫດການ ແລະ ຜົນກະທົບຢູ່ໃນອາຊີຕາເວັນອອກ ແລະ ປາຊີຟິກ. ໄດ້ຢັ້ງຢືນແນວໂນ້ມຂອງການລ່ວງລະເມີດເດັກໃນຮູບແບບທີ່ໄດ້ກ່າວຂ້າງເທິງນີ້. ບົດລາຍງານຄົ້ນຄວ້າໄດ້ຮວບຮວມສິ່ງທີ່ຄົ້ນພົບໄດ້ຈາກການສຶກສາຂອງ 364 ກໍລະນີທີ່ໄດ້ຮັບການກວດສອບ ໂດຍລະບົບທີ່ທັນສະໄໝ ແລະ ໄດ້ຈັດພີມໃນລະຫວ່າງປີ 2000 ຫາ 2010 ເຊິ່ງແມ່ນກ່ຽວກັບການປະຕິບັດທີ່ບໍ່ດີຕໍ່ເດັກ: ການແພ່ຂະຫຍາຍຂອງເຫດການ ແລະ ຜົນກະທົບຢູ່ໃນຂົງເຂດພາກພື້ນ. ການສຶກສາຢ່າງເປັນລະບົບນີ້ໄດ້ເປີດເຜີຍກໍລະນີສຶກສາດ້ານຄຸນນະພາບຫຼາຍກໍລະນີກ່ຽວກັບການແພ່ຂະຫຍາຍຂອງເຫດການ ແລະ ເຫດການທີ່ເດັກຖືກລ່ວງລະເມີດທາງຮ່າງກາຍ, ທາງເພດ ແລະ ທາງຈິດໃຈ. ມີຂໍ້ມູນທາງສະຖິຕິຫຼາຍຈຳນວນ ທີ່ສະແດງໃຫ້ເຫັນເຖິງຄວາມຫນ້າເປັນຫວ່ງ ລວມມີດັ່ງຕໍ່ໄປນີ້ : ການແພ່ຂະຫຍາຍຂອງການລ່ວງລະເມີດທາງດ້ານຮ່າງກາຍຢ່າງຮຸນແຮງທີ່ເກີດຂຶ້ນກັບເດັກ 9%, ແລະ …
Read more
April 11, 2013
ການຊ່ວຍເຫຼືອເດັກໃຫ້ປອດໄພຈາກການຂູດຮີດ ເປັນໜຶ່ງໃນເປົ້າໝາຍຫຼັກຂອງ Intrepid Travel ຕັ້ງແຕ່ກໍ່ບໍລິສັດທ່ອງທ່ຽວພະຈົນໄພຂື້ນທົ່ວໂລກ ໄດ້ເລີ່ມດໍາເນີນການໃນອາຊີຕາເວັນອອກສຽງໃຕ້ໃນປີ 1989, ບໍລິສັດນີ້ດໍາເນີນການຢູ່ໃນ 120 ປະເທດທົ່ວໂລກ ແລະ ໄດ້ພານັກທ່ອງທ່ຽວປະມານ 100.000 ຄົນຕໍ່ປີໄປທ່ອງທ່ຽວສະຖານທີ່ຕ່າງໆ ທີມງານຂອງການທ່ອງທ່ຽວທີ່ປອດໄພສໍາລັບເດັກ ຫຼື Child Safe Tourism (CST) ໄດ້ສົນທະນາກັບຜູ້ຈັດການຂອງ Intrepid ທ່ານ ເຈນ ຄຣາເລ ເພຶ່ອທີ່ຈະຊອກຫາສິ່ງທີ່ເປັນປັດໃຈສຳຄັນທີ່ເຮັດໃຫ້ການປົກປ້ອງເດັກເປັນເລື່ອງທີ່ Intrepid Travel (IT) ຈັດຕັ້ງປະຕິບັດໃນວຽກງານຂອງພວກເຂົາ. CST: Intrepid ເຂົ້າມາເຮັດທຸລະກິດແບບປົກປ້ອງເດັກໄດ້ແນວໃດ. IT: ຕັ້ງແຕ່ໄລຍະການເລີ່ມຕົ້ນການດໍາເນີນງານຂອງບໍລິສັດ ພະນັກງານທ້ອງຖິ່ນ ໂດຍສະເພາະແມ່ນຫົວໜ້າທີມ. (ເຊິ່ງປະຈຸບັນມີພະນັກງານຫຼາຍກວ່າ 300 ຢູ່ໃນອາຊີ) ໄດ້ເຫັນຄວາມສ່ຽງຂອງເດັກໃນສະຖານທີ່ຕ່າງໆ ແລະໄດ້ເຫັນພຶດຕິກຳທີ່ໜ້າເປັນຫວ່ງຫຼາຍ ຂອງນັກທ່ອງທ່ຽວບາງຄົນທີ່ອາດສາມາດທີ່ຈະຂູດຮີດເດັກໄດ້. ພວກເຂົາໄດ້ສັງເກດເຫັນເດັກເຮັດວຽກຢູ່ໃນສະພາບແວດລ້ອມທີ່ມີຄວາມສ່ຽງເຊັ່ນ: ຂາຍດອກໄມ້, ໂປດສຄາດ ແລະ ເຄື່ອງປະດັບຢູ່ໃນປະເທດຫວຽດນາມ. ຂໍທານຢູ່ຕາມຖະຫນົນຫົນທາງຂອງປະເທດລາວ. ເຮັດວຽກຢູ່ໃນຮ້ານບັນເທີງກາງຄືນ ຫຼື ຕາມສະຖານທີ່ທີ່ມີຊື່ສຽງໃນການຂາຍບໍລິການທາງເພດໃນປະເທດໄທ. ສະແດງໂຊ໌ວຕ່າງໆໃຫ້ນັກທ່ອງທ່ຽວເບິ່ງ ຢູ່ໃນສະຖານລ້ຽງເດັກກຳພ້າໃນປະເທດກໍາປູເຈຍ. ຫຼັງຈາກທີ່ພະນັກງານ …
Read more
January 11, 2013
ດ້ວຍຈຳນວນນັກທ່ອງທ່ຽວ 1 ຕື້ຄົນ ທີ່ເດີນທາງຂ້າມຊາຍແດນລະຫວ່າງປະເທດໃນປີ 2012, ການທ່ອງທ່ຽວແມ່ນໜຶ່ງໃນພາກສ່ວນທີ່ສຳຄັນທີ່ສຸດຂອງເສດຖະກິດໂລກຢ່າງປະຕິເສດບໍ່ໄດ້ ເຊິ່ງຂັບ ເຄື່ອນການເຕີບໂຕດ້ານເສດຖະກິດ ແລະ ຄ້ຳຈູນຄວາມເຂົ້າໃຈດ້ານວັດທະນະທຳໃນທົ່ວໂລກ. ແຕ່ເຖິງຢ່າງໃດກໍ່ດີ, ພື້ນຖານໂຄງລ່າງດ້ານການທ່ອງທ່ຽວສ່ວນໃຫຍ່ແມ່ນຖືກໃຊ້ໃນທາງທີ່ຜິດເພື່ອຈຸດຈົບທີ່ຍອມຮັບບໍ່ໄດ້ ເປັນຕົ້ນແມ່ນ ການທາລຸນເດັກ. ມັນຈຳເປັນທີ່ຈະຕ້ອງຈື່ໄວ້ວ່າ ການທ່ອງທ່ຽວມີຄວາມຈຳເປັນໃນການ ປັບປຸງພື້ນຖານໂຄງລ່າງດຽວກັນ ແລະ ໃຊ້ມັນເພື່ອຕ້ານກັບການຂູດຮີດເດັກໃນທຸກຮູບແບບ. ດັ່ງນັ້ນ ມັນຈຳເປັນເຊັ່ນກັນທີ່ຈະຕ້ອງນຶກເຖິງວ່າ ບັນຫາການຂູດຮີດເດັກສາມາດແກ້ໄຂໄດ້ຈາກການມີ ສ່ວນ ຮ່ວມຂອງຫຼາຍພາກສ່ວນ. ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດ, ເຊິ່ງເປັນໜ່ວຍງານພິເສດສະເພາະແຫ່ງອົງການສະຫະ ປະຊາຊາດໄດ້ຮັບມອບໝາຍກະຕຸ້ນການດຳເນີນຮ່ວມກັນໃນດ້ານການປົກປ້ອງສິດທິຂອງເດັກ. ພວກ ເຮົາສະໜັບສະໜູນຄວາມເປັນຫຸ້ນສ່ວນລະຫວ່າງພາກລັດ ແລະ ພາກເອກະຊົນ, ສົ່ງເສີມການຮ່ວມ ມືລະຫວ່າງການກະຕຸ້ນການທ່ອງທ່ຽວ ແລະ ປະເທດທີ່ເປັນຈຸດໝາຍປາຍທາງການທ່ອງທ່ຽວ ແລະ ການພົວພັນທີ່ ເກີດຜົນເປັນເລີດລະຫວ່າງອຸດສະຫະກຳການທ່ອງທ່ຽວ ແລະ ສັງຄົມ. ການໂຄສະນາດ້ານຄວາມຮັບຮູ້ສາກົນຂອງອົງການທ່ອງທ່ຽວແຫ່ງສະຫະປະຊາຊາດທີ່ວ່າ: “ບໍ່ອະ ນຸ ຍາດໃຫ້ມີການທ່ອງທ່ຽວທີ່ເປັນການທາລຸນເດັກ” ໄດ້ຈັດຕັ້ງຂຶ້ນໃນປີ 2008 ໂດຍການຮ່ວມມືກັບຄູ່ ຮ່ວມງານຈາກຫຼາຍພາກສ່ວນ. ໃນທຳນອງດຽວກັນນັ້ນ, ເປັນເວລາຫຼາຍກ່ວາໜຶ່ງທົດສະວັດແລ້ວທີ່ ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດໄດ້ປະສານງານກັບເຄືອຂ່າຍການທ່ອງທ່ຽວໂລກດ້ານການປົກປ້ອງເດັກ(ເຊິ່ງແຕ່ກ່ອນແມ່ນຄະນະກຳມະການສະເພາະກິດເພື່ອການປົກປ້ອງເດັກໃນອຸດສະຫະກຳ ການທ່ອງທ່ຽວ ເພື່ອສົ່ງເສີມການຮ່ວມມືລະຫວ່າງຜູ້ດຳເນີນທຸລະກິດການທ່ອງທ່ຽວດ້ວຍກັນໃຫ້ ຮັບຮູ້ ແລະ …
Read more