October 13, 2014
ຄວາມເຫັນຈາກຜູ້ເຂົ້າຢ້ຽມຢາມ: ການຂູດຮີດເດັກ ແລະ ສູນປົກປ້ອງເດັກອອນລາຍ. ເທັກໂນໂລຊີ ດີຈິຕໍແມ່ນມີຄວາມສຳຄັນສຳລັບເດັກ ແລະ ຊາວໝຸ່ມ. ພວກເຂົາໃຊ້ມັນໃນການຮຽນຮູ້, ຫລິ້ນ, ເວົ້າລົມກັບໝູ່ຄູ່, ເຂົ້າສັງຄົມ ແລະ ສະແດງອອກ ທາງຄວາມຄິດໃນວິທີສ້າງສັນຕ່າງໆ ບໍ່ວ່າຈະເປັນການແບ່ງປັນຮູບພາບ, ວິດີໂອ, ຊ່ອງຫລີ້ນເກມ ຫລື ເຖິງຈະເຮັດໂປແກຣມດ້ວຍຕົວເອງ, ໂລກອອນລາຍຈຶ່ງເປັນສະຖານທີ່ໆເຕັມໄປດ້ວຍໂອກາດດີໆ. ຢ່າງໃດກໍ່ຕາມ, ເທັກໂນໂລຊີດີຈິຕໍ ກໍ່ນຳຄວາມສ່ຽງມາສູ່ເດັກໄດ້ເຊັ່ນກັນ ມີການເຊື່ອມໂຍງກັນລະຫວ່າງການລ່ວງລະເມີດເດັກໃນທຸລະກິດທ່ອງທ່ຽວ ແລະ ເທັກໂນໂລຊີດີຈິຕໍ. ຜູ້ລ່ວງລະເມີດທາງເພດເດັກມັກທີ່ຈະໃຊ້ມັນໃນການເຂົ້າໄປລໍ້ລວງເດັກ ເພື່ອການລ່ວງລະເມີດທາງເພດທາງອອນລາຍ. ຜູ້ປົກຄອງ ແລະ ຜູ້ເບິ່ງແຍງເດັກສາມາດສ້າງການປ່ຽນແປງທີ່ສຳຄັນໃນການຫລຸດຜ່ອນຄວາມສ່ຽງຕໍ່ເດັກ ແລະ ຊ່ວຍໃຫ້ພວກເຂົາປອດໄພໄດ້. ເປັນສິ່ງທີ່ສໍາຄັນທີ່ຜູ້ປົກຄອງ ແລະ ຜູ້ເບິ່ງແຍງເດັກຈະຕ້ອງເຂົ້າໃຈວ່າເດັກກຳລັງເຮັດຫຍັງບາງຢ່າງໃນໂລກອອນລາຍ ແລະ ເວົ້າລົມກັບພວກເຖິງຄວາມສ່ຽງຕ່າງໆທີ່ອາດຈະເກີດຂຶ້ນ. ເຄັດລັບທີ່ດີທີ່ສຸດສຳລັບຜູ້ປົກຄອງ ແລະ ຜູ້ເບິ່ງແຍງເດັກ: ສອບຖາມເວັບໄຊທີ່ເດັກເຂົ້າໃຊ້- ການເຮັດແບບນີ້ທ່ານສາມາດຮູ້ວ່າເດັກກໍາລັງເຮັດຫຍັງຢູ່ ແລະ ກິດຈະກໍາຫລັກຂອງເຂົາມີຫຍັງແດ່ ແລະ ໂດຍການຈົດບັນທຶກຊື່ຂອງເວັບໄຊຕ່າງໆທີ່ເດັກເຂົ້າເບິ່ງ. ທ່ານສາມາດເຂົ້າໄປກວດສອບໄດ້ເວລາເດັກບໍ່ຢູ່ ແລະ ຮຽນຮູ້ວິທີການລາຍງານໃຫ້ຜູ້ສ້າງເວັບໄຊໂດຍກົງ. ໝັ້ນໃຈວ່າຂໍ້ມູນຂອງເດັກໄດ້ຖືກຕັ້ງຄ່າໄວ້ເປັນສ່ວນຕົວ- ເຄືອຂ່າຍທາງສັງຄົມອອນລາຍເຊັ່ນ: ເຟສບຸກ, ອິນສະຕຣາແກຣມ …
Read more
September 2, 2013
ໃຫ້ຂໍ້ມູນໂດຍ – ທ່ານ ອາມະລີ ເມັກຄອຍ, ຫົວຫນ້າຊ່ຽວຊານການປົກປ້ອງເດັກຂອງອົງການຢູນີເຊັບປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ການລ່ວງລະເມີດ, ການປ່ອຍປະລະເລີຍ, ການໃຊ້ຄວາມຮຸນແຮງ ແລະ ການຂູດຮີດເດັກ ແມ່ນໄດ້ແຜ່ຂະຫຍາຍຫຼາຍຂຶ້ນຢ່າງໜ້າເປັນຫວ່ງ ແລະ ຜົນກະທົບຕໍ່ເດັກສາມາດເກີດຂຶ້ນທັນທີ ເຊິ່ງໄດ້ສົ່ງຜົນໄລຍະຍາວ ແລະ ສ້າງຄວາມເສຍຫາຍຢ່າງໃຫຍ່, ບົດລາຍງານຄົ້ນຄວ້າຂອງອົງການຢູນີເຊັບ ທີ່ໄດ້ເຜີຍແພ່ໃນປີ 2012 ການປະຕິບັດທີ່ບໍ່ດີຕໍ່ເດັກ: ການແພ່ຂະຫຍາຍຂອງເຫດການ ແລະ ຜົນກະທົບຢູ່ໃນອາຊີຕາເວັນອອກ ແລະ ປາຊີຟິກ. ໄດ້ຢັ້ງຢືນແນວໂນ້ມຂອງການລ່ວງລະເມີດເດັກໃນຮູບແບບທີ່ໄດ້ກ່າວຂ້າງເທິງນີ້. ບົດລາຍງານຄົ້ນຄວ້າໄດ້ຮວບຮວມສິ່ງທີ່ຄົ້ນພົບໄດ້ຈາກການສຶກສາຂອງ 364 ກໍລະນີທີ່ໄດ້ຮັບການກວດສອບ ໂດຍລະບົບທີ່ທັນສະໄໝ ແລະ ໄດ້ຈັດພີມໃນລະຫວ່າງປີ 2000 ຫາ 2010 ເຊິ່ງແມ່ນກ່ຽວກັບການປະຕິບັດທີ່ບໍ່ດີຕໍ່ເດັກ: ການແພ່ຂະຫຍາຍຂອງເຫດການ ແລະ ຜົນກະທົບຢູ່ໃນຂົງເຂດພາກພື້ນ. ການສຶກສາຢ່າງເປັນລະບົບນີ້ໄດ້ເປີດເຜີຍກໍລະນີສຶກສາດ້ານຄຸນນະພາບຫຼາຍກໍລະນີກ່ຽວກັບການແພ່ຂະຫຍາຍຂອງເຫດການ ແລະ ເຫດການທີ່ເດັກຖືກລ່ວງລະເມີດທາງຮ່າງກາຍ, ທາງເພດ ແລະ ທາງຈິດໃຈ. ມີຂໍ້ມູນທາງສະຖິຕິຫຼາຍຈຳນວນ ທີ່ສະແດງໃຫ້ເຫັນເຖິງຄວາມຫນ້າເປັນຫວ່ງ ລວມມີດັ່ງຕໍ່ໄປນີ້ : ການແພ່ຂະຫຍາຍຂອງການລ່ວງລະເມີດທາງດ້ານຮ່າງກາຍຢ່າງຮຸນແຮງທີ່ເກີດຂຶ້ນກັບເດັກ 9%, ແລະ …
Read more
August 5, 2013
ບາງກອກ, ປະເທດໄທ, ກໍລະກົດ 31, 2013. “ການປົກປ້ອງເດັກແມ່ນຄວາມຮັບຜິດຊອບຂອງໝົດທຸກຄົນ,” ນີ້ແມ່ນສິ່ງທີ່ໄດ້ແບ່ງປັນກັບຜູ້ປະກອບການໃນທຸລະກິດການທ່ອງທ່ຽວ. ຜູ້ດຳເນີນການ ແລະ ຜູ້ຈັດການທຸລະກິດທ່ອງທ່ຽວ ໄດ້ເຂົ້າຮ່ວມການຝຶກອົບຮົມຢູ່ໃນໂຮງແຮມ Aloftກໍລະກົດ 23, 2013. ການຝຶກອົບຮົມນີ້ແມ່ນໄດ້ຈັດຂຶ້ນໂດຍ ໂຄງການເດັກ-ເສົາຫຼັກປ້ອງກັນ ເຊິ່ງແມ່ນໂຄງການລິເລີ້ມໂດຍລັດຖະບານອົດສະຕາລີ ແລະ ຈັດຕັ້ງປະຕິບັດໂດຍອົງການສຸພະນິມິດ. ເຮັດວຽກເພື່ອປ້ອງກັນການຂູດຮີດທາງເພດເດັກໃນການທ່ອງທ່ຽວ ໃນປະເທດກໍາປູເຈຍ, ລາວ, ໄທ ແລະ ຫວຽດນາມ. ອົງການ SKAL ແລະ pata ປະເທດໄທ ຊ່ວຍສະໜັບສະໜູນການຝຶກອົບຮົມຄັ້ງນີ້. ຜູ້ເຂົ້າຮ່ວມຈາກທຸລະກິດທ່ອງທ່ຽວທີ່ຕາງໜ້າຈາກບັນດາປະເທດລຸ່ມແມ່ນ້ຳຂອງໄດ້ຮຽນຮູ້ ກ່ຽວກັບປະເດັນການປົກປ້ອງເດັກໃນການທ່ອງທ່ຽວ ແລະ ໄດ້ປຶກສາຫາລືວິທີການ ທີ່ຈະຊ່ວຍປ້ອງກັນໃຫ້ເດັກໃນທ້ອງຖິ່ນປອດໄພຈາກການລ່ວງລະເມີດ ແລະ ການຂູດຮີດ. ຜູ້ເຂົ້າຮ່ວມໄດ້ປຶກສາຫາລືເພື່ອຊອກຫາປັດໃຈຕ່າງໆທີ່ມີຢູ່ສະພາບແວດລ້ອມການທ່ອງທ່ຽວທີ່ສາມາດນໍາໄປສູ່ການລ່ວງລະເມີດເດັກ ແລະ ພິຈາລະນາບົດບາດທຸລະກິດການທ່ອງທ່ຽວທີ່ຈະຊ່ວຍຫຼຸດຜ່ອນຄວາມສ່ຽງທີ່ມີຕໍ່ເດັກ. ວິທະຍາກອນຮັບເຊີນ ທ່ານ ວິວເລມ ນິວໄມເຢີ, ຜູ້ຮ່ວມກໍ່ຕັ້ງ ແລະ ເປັນອຳນວຍການໃຫຍ່ CEO ຂອງ Khiri Travel ໄດ້ເວົ້າວ່າ“ການທ່ອງທ່ຽວໄດ້ນໍາເອົາຄວາມຮັ່ງມີກັບລາຍຮັບເຂົ້າໄປສູ່ຊຸມຊົນທີ່ມີການພົວພັນ” ເດັກຈາກຄອບຄົວທີ່ທຸກຍາກສາມາດພົບເຫັນຕາມສະຖານທີ່ທ່ອງທ່ຽວຕ່າງໆ. ພວກເຂົາພະຍາຍາມທີ່ຈະຂໍທານ, …
Read more
April 11, 2013
ການຊ່ວຍເຫຼືອເດັກໃຫ້ປອດໄພຈາກການຂູດຮີດ ເປັນໜຶ່ງໃນເປົ້າໝາຍຫຼັກຂອງ Intrepid Travel ຕັ້ງແຕ່ກໍ່ບໍລິສັດທ່ອງທ່ຽວພະຈົນໄພຂື້ນທົ່ວໂລກ ໄດ້ເລີ່ມດໍາເນີນການໃນອາຊີຕາເວັນອອກສຽງໃຕ້ໃນປີ 1989, ບໍລິສັດນີ້ດໍາເນີນການຢູ່ໃນ 120 ປະເທດທົ່ວໂລກ ແລະ ໄດ້ພານັກທ່ອງທ່ຽວປະມານ 100.000 ຄົນຕໍ່ປີໄປທ່ອງທ່ຽວສະຖານທີ່ຕ່າງໆ ທີມງານຂອງການທ່ອງທ່ຽວທີ່ປອດໄພສໍາລັບເດັກ ຫຼື Child Safe Tourism (CST) ໄດ້ສົນທະນາກັບຜູ້ຈັດການຂອງ Intrepid ທ່ານ ເຈນ ຄຣາເລ ເພຶ່ອທີ່ຈະຊອກຫາສິ່ງທີ່ເປັນປັດໃຈສຳຄັນທີ່ເຮັດໃຫ້ການປົກປ້ອງເດັກເປັນເລື່ອງທີ່ Intrepid Travel (IT) ຈັດຕັ້ງປະຕິບັດໃນວຽກງານຂອງພວກເຂົາ. CST: Intrepid ເຂົ້າມາເຮັດທຸລະກິດແບບປົກປ້ອງເດັກໄດ້ແນວໃດ. IT: ຕັ້ງແຕ່ໄລຍະການເລີ່ມຕົ້ນການດໍາເນີນງານຂອງບໍລິສັດ ພະນັກງານທ້ອງຖິ່ນ ໂດຍສະເພາະແມ່ນຫົວໜ້າທີມ. (ເຊິ່ງປະຈຸບັນມີພະນັກງານຫຼາຍກວ່າ 300 ຢູ່ໃນອາຊີ) ໄດ້ເຫັນຄວາມສ່ຽງຂອງເດັກໃນສະຖານທີ່ຕ່າງໆ ແລະໄດ້ເຫັນພຶດຕິກຳທີ່ໜ້າເປັນຫວ່ງຫຼາຍ ຂອງນັກທ່ອງທ່ຽວບາງຄົນທີ່ອາດສາມາດທີ່ຈະຂູດຮີດເດັກໄດ້. ພວກເຂົາໄດ້ສັງເກດເຫັນເດັກເຮັດວຽກຢູ່ໃນສະພາບແວດລ້ອມທີ່ມີຄວາມສ່ຽງເຊັ່ນ: ຂາຍດອກໄມ້, ໂປດສຄາດ ແລະ ເຄື່ອງປະດັບຢູ່ໃນປະເທດຫວຽດນາມ. ຂໍທານຢູ່ຕາມຖະຫນົນຫົນທາງຂອງປະເທດລາວ. ເຮັດວຽກຢູ່ໃນຮ້ານບັນເທີງກາງຄືນ ຫຼື ຕາມສະຖານທີ່ທີ່ມີຊື່ສຽງໃນການຂາຍບໍລິການທາງເພດໃນປະເທດໄທ. ສະແດງໂຊ໌ວຕ່າງໆໃຫ້ນັກທ່ອງທ່ຽວເບິ່ງ ຢູ່ໃນສະຖານລ້ຽງເດັກກຳພ້າໃນປະເທດກໍາປູເຈຍ. ຫຼັງຈາກທີ່ພະນັກງານ …
Read more
January 23, 2013
ພວກຂ້າພະເຈົ້າມີຄວາມຍິນດີທີ່ໄດ້ແຈ້ງການ ການ ເປີດເວບໄຊ໌ຂອງພະແນກອຸດສະຫະກຳ ການ ທ່ອງທ່ຽວ ທີ່ປອດໄພຕໍ່ເດັກ (the industry section of childsafetourism.org) ໃນມື້ນີ້. ບໍ່ວ່າທ່ານຈະເປັນນັກທຸລະກິດດ່ຽວ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ຫຼື ບໍລິສັດໃຫຍ່ກໍ່ຕາມ ມີຂັ້ນ ຕອນງ່າຍໆທີ່ທ່ານສາມາດປົກປ້ອງເດັກທີ່ອາດຈະໄດ້ຮັບຜົນກະທົບໃນສະຖານທີ່ທ່ອງທ່ຽວ ຕ່າງໆແລະ ຊັກຊວນລູກຄ້າທີ່ມີເມດຕາຊຶ່ງຫ່ວງໄຍສະຖານທີ່ທີ່ພວກເພີ່ນໄປທ່ອງທ່ຽວ.ພະແນກອຸດສະ ຫະກຳການ ທ່ອງທ່ຽວນີ້ສະໜອງຂໍ້ມູນໃຫ້ແກ່ການດຳເນີນງານທີ່ງ່າຍດາຍແລະລາຄາບໍ່ແພງເຊິ່ງຫົວ ໜ່ວຍທຸລະກິດ ຂອງທ່ານສາມາດປະຕິບັດໄດ້. ການທ່ອງທ່ຽວທີ່ປອດໄພຕໍ່ເດັກ ເຮັດໃຫ້ທຸລະກິດເປັນທີ່ເຂົ້າໃຈດີສຳລັບທຸກຄົນ. ລູກຄ້າ, ນັກລົງທຶນ ແລະ ຄູ່ຮ່ວມທຸລະກິດ ນັກທຸລະກິດທີ່ມີຄວາມຮັບຜິດຊອບຊຶ່ງເຮັດໃຫ້ເດັກປອດໄພຈາກການຖືກປະ ຕິບັດຕົນທີ່ບໍ່ຖືກຕ້ອງ. ການຄົ້ນຄວ້າຂອງພວກ ເຮົາສະແດງໃຫ້ເຫັນວ່າ: 57% ຂອງນັກທ່ອງທ່ຽວທີ່ໄດ້ເດີນທາງໄປທ່ຽວໃນຂົງເຂດນີ້ (ກຳປູເຈຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຣາຊອາຈັກໄທ ຫຼື ສາທາລະນະລັດສັງຄົມນິຍົມຫວຽດນາມ) ໄດ້ເຫັນບາງສິ່ງບາງຢ່່າງທີ່ເຮັດໃຫ້ເຂົາເຈົ້າຄິດວ່າເດັກນ້ອຍສ່ຽງຕໍ່ການຖືກທາລຸນ. 85% ຂອງນັກທ່ອງທ່ຽວທີ່ຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບວິທີການຈະປົກປ້ອງເດັກຈາກ ການຖືກຂູດຮີດ ຫລື ຫາຜົນປະໂຫຍດ. 95% ຂອງນັກທ່ອງທ່ຽວກ່າວວ່າ ນະໂຍບາຍທຸລະກິດທີ່ຈະປົກປ້ອງເດັກອາດຈະສົ່ງຜົນ ກະທົບຕໍ່ນິໄສໃນການຊື້ຂອງພວກເຂົາໃນດ້ານບວກ. ເປັນທີ່ຈະແຈ້ງວ່າ ປະສົບການຂອງນັກທ່ອງທ່ຽວ …
Read more
January 11, 2013
ດ້ວຍຈຳນວນນັກທ່ອງທ່ຽວ 1 ຕື້ຄົນ ທີ່ເດີນທາງຂ້າມຊາຍແດນລະຫວ່າງປະເທດໃນປີ 2012, ການທ່ອງທ່ຽວແມ່ນໜຶ່ງໃນພາກສ່ວນທີ່ສຳຄັນທີ່ສຸດຂອງເສດຖະກິດໂລກຢ່າງປະຕິເສດບໍ່ໄດ້ ເຊິ່ງຂັບ ເຄື່ອນການເຕີບໂຕດ້ານເສດຖະກິດ ແລະ ຄ້ຳຈູນຄວາມເຂົ້າໃຈດ້ານວັດທະນະທຳໃນທົ່ວໂລກ. ແຕ່ເຖິງຢ່າງໃດກໍ່ດີ, ພື້ນຖານໂຄງລ່າງດ້ານການທ່ອງທ່ຽວສ່ວນໃຫຍ່ແມ່ນຖືກໃຊ້ໃນທາງທີ່ຜິດເພື່ອຈຸດຈົບທີ່ຍອມຮັບບໍ່ໄດ້ ເປັນຕົ້ນແມ່ນ ການທາລຸນເດັກ. ມັນຈຳເປັນທີ່ຈະຕ້ອງຈື່ໄວ້ວ່າ ການທ່ອງທ່ຽວມີຄວາມຈຳເປັນໃນການ ປັບປຸງພື້ນຖານໂຄງລ່າງດຽວກັນ ແລະ ໃຊ້ມັນເພື່ອຕ້ານກັບການຂູດຮີດເດັກໃນທຸກຮູບແບບ. ດັ່ງນັ້ນ ມັນຈຳເປັນເຊັ່ນກັນທີ່ຈະຕ້ອງນຶກເຖິງວ່າ ບັນຫາການຂູດຮີດເດັກສາມາດແກ້ໄຂໄດ້ຈາກການມີ ສ່ວນ ຮ່ວມຂອງຫຼາຍພາກສ່ວນ. ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດ, ເຊິ່ງເປັນໜ່ວຍງານພິເສດສະເພາະແຫ່ງອົງການສະຫະ ປະຊາຊາດໄດ້ຮັບມອບໝາຍກະຕຸ້ນການດຳເນີນຮ່ວມກັນໃນດ້ານການປົກປ້ອງສິດທິຂອງເດັກ. ພວກ ເຮົາສະໜັບສະໜູນຄວາມເປັນຫຸ້ນສ່ວນລະຫວ່າງພາກລັດ ແລະ ພາກເອກະຊົນ, ສົ່ງເສີມການຮ່ວມ ມືລະຫວ່າງການກະຕຸ້ນການທ່ອງທ່ຽວ ແລະ ປະເທດທີ່ເປັນຈຸດໝາຍປາຍທາງການທ່ອງທ່ຽວ ແລະ ການພົວພັນທີ່ ເກີດຜົນເປັນເລີດລະຫວ່າງອຸດສະຫະກຳການທ່ອງທ່ຽວ ແລະ ສັງຄົມ. ການໂຄສະນາດ້ານຄວາມຮັບຮູ້ສາກົນຂອງອົງການທ່ອງທ່ຽວແຫ່ງສະຫະປະຊາຊາດທີ່ວ່າ: “ບໍ່ອະ ນຸ ຍາດໃຫ້ມີການທ່ອງທ່ຽວທີ່ເປັນການທາລຸນເດັກ” ໄດ້ຈັດຕັ້ງຂຶ້ນໃນປີ 2008 ໂດຍການຮ່ວມມືກັບຄູ່ ຮ່ວມງານຈາກຫຼາຍພາກສ່ວນ. ໃນທຳນອງດຽວກັນນັ້ນ, ເປັນເວລາຫຼາຍກ່ວາໜຶ່ງທົດສະວັດແລ້ວທີ່ ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດໄດ້ປະສານງານກັບເຄືອຂ່າຍການທ່ອງທ່ຽວໂລກດ້ານການປົກປ້ອງເດັກ(ເຊິ່ງແຕ່ກ່ອນແມ່ນຄະນະກຳມະການສະເພາະກິດເພື່ອການປົກປ້ອງເດັກໃນອຸດສະຫະກຳ ການທ່ອງທ່ຽວ ເພື່ອສົ່ງເສີມການຮ່ວມມືລະຫວ່າງຜູ້ດຳເນີນທຸລະກິດການທ່ອງທ່ຽວດ້ວຍກັນໃຫ້ ຮັບຮູ້ ແລະ …
Read more
November 6, 2012
Bangkok, Thailand – 7 November 2012 Tourists to and within the Southeast Asian countries of Cambodia, Lao PDR, Thailand and Vietnam want to be better educated about Child Safe Tourism according to a report issued by Project Childhood – Prevention Pillar, an Australian Aid initiative implemented by World Vision. The report ‘Child Safe Tourism: The …
Read more
August 17, 2012
ພະນົມເປັນ, ປະເທດກຳປູເຈຍ ວັນທີ 17 ສິງຫາ ປີ 2012 ກະຊວງການທ່ອງທ່ຽວກຳປູເຈຍ ແລະ ອົງການສຸພານິມິດແຫ່ງປະເທດກຳປູເຈຍໄດ້ປະກາດວ່າ ປະຈຸບັນນີ້ ການເພີ່ມຄວາມພະຍາຍາມເພື່ອປົກປ້ອງເດັກໃນອຸດສະຫະກຳການທ່ອງທ່ຽວໂດນຜ່ານການລິ ເລີ່ມໂຄງການໃໝ່ຂອງອົງການເພື່ອການພັດທະນາສາກົນແຫ່ງປະເທດອົດສ໌ຕຣາລີ (AusAID), ນັ້ນຄືໂຄງການໄວເດັກ.ໂຄງການໄວເດັກ ໄດ້ນຳເອົາອົງການສຸພະນິມິດ, ຫ້ອງການສະຫະປະຊາຊາດດ້ານຢາເສບຕິດ ແລະ ອາດສະຍາກຳ (UNODC), ແລະ ຕຳຫຼວດສາກົນໃຫ້ຫັນມາສົນໃຈ ແລະ ແກ້ໄຂບັນຫາການຂູດຮີດ ຫລື ຫາຜົນປະໂຫຍດທາງເພດ ເດັກທີ່ຮ້າຍແຮງໃນອຸດສາຫະກຳການທ່ອງທ່ຽວ ດວ້ຍວິທີການປ້ອງກັນແລະການປົກປ້ອງ. ອົງການສຸພະນິມິດໄດ້ປະຕິບັດງານຄຽງບ່າຄຽງໄຫຼ່ກັບກະຊວງການທ່ອງທ່ຽວນັບແຕ່ປີ 2001 ເປັນຕົ້ນມາຊຶ່ງໃນເວລານັ້ນ ເປັນຄັ້ງທຳອິດທີ່ກະຊວງການທ່ອງທ່ຽວໄດ້ສ້າງຕັ້ງຄະນະກຳມະການໆທ່ອງທ່ຽວທີ່ປອດ ໄພຕໍ່ເດັກນ້ອຍ. ການແຕ່ງຕັ້ງອົງການສຸພະນິມິດໃຫ້ເປັນຕົວແທນການປະຕິບັດງານສຳລັບໂຄງການ ໄວເດັກ-ເສົາຄ້ຳການປ້ອງກັນ ສ້າງຂຶ້ນບົນພື້ນຖານການເປັນຄູ່ຮ່ວມງານໄລຍະຍາວກັບກະຊວງການທ່ອງ ທ່ຽວ ແລະ ສະຖິຕິທີ່ດີເລີດຂອງອົງການສຸພານິມິດໃນການປົກປ້ອງເດັກ. ໃນຫຼາຍໆປີຜ່ານມານີ້ ປະເທດກຳປູເຈຍໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໜ້າປະທັບໃຈຂຶ້ນເລື້ອຍໆ. ສະຖິຕິຂອງກະຊວງການທ່ອງທ່ຽວໄດ້ສະແດງໃຫ້ເຫັນວ່າ ປະເທດກຳປູເຈຍໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໄດ້ເຖິງ 2.8 ລ້ານຄົນໃນປີ 2011 ເພີ້ມຂຶ້ນຈາກ ປີ 2010 15 ເປີເຊັນ. ທ່ານ ພັງຈັນດາ ຜູ້ປະສານງານລະດັບຊາດ ປະຈຳໂຄງການ …
Read more
September 27, 2011
ໜັງສືພິມບາງກອກ (Bangkok post), ປະເທດໄທ ວັນທີ 27 ກັນຍາ ປີ 2011 ນັກເດີນທາງທ່ອງທ່ຽວ ແລະ ຜູ້ອົບພະຍົບຢູ່ໃນປະເທດປະໄທຮູ້ເລື້ອງຄວາມທຸກຍາກຂອງເດັກນ້ອຍດີ. ເດັກຍິງອາຍຸ 6 ປີນັ່ງເທິງສາດທີ່ປູເປັນລະບຽບ ທາສົບສີແດງເຂັ້ມ ໂດຍມີຜູຍິງຄົນໜຶ່ງນ່ັງຢູ່ຮຽງຂ້າງຂໍ ເງິນນຳນັກເດີນທາງທີ່ຜ່ານໄປມາ. ເດັກຊາຍອາຍຸ 12 ປີ ຂາຍເຂົ້າໜົມຊິງໂກມຕອນເວລາ 11 ໂມງ ກາງຄືນຢູ່ເຂດສະຖານບັນເທີງສຳລັບຜູ້ໃຫຍ່ແຫ່ງໜຶ່ງ. ເດັກຊາຍຄົນນັ້ນເຮັດໃຫ້ທ່ານປະທັບໃຈດ້ວຍ ຮອຍຍິ້ມທີ່ບໍ່ອາຍພ້ອມກັບຂອງຝາກທີ່ລາວຖືຢູ່. ຢູ່ໃນສະຖານະການແບບນີ້ທ່ານຢາກຊ່ວຍເຫຼືອຕາມຄວາມຮູ້ສຶກສົງສານ ແລະ ຄວາມອາຍບອກກັບ ທ່ານວ່ານັ້ນແມ່ນບາງສ່ິງບາງຢ່າງທີ່ບໍ່ຖືກຕ້ອງ. ທ່ານອາດຈະເຮັດໃຫ້ສະຖານະການນັ້ນຈົບລົງດ້ວຍການເອົາເງິນຫຼຽນບາດໃຫ້. ສິ່ງໃດກໍ່ຕາມທີ່ທ່ານ ເຮັດໄປນັ້ນຄວາມຮູ້ສຶກທີ່ບໍ່ສະບາຍໃຈຊຶ່ງທ່ານບໍ່ໄດ້ເຮັດໃຫ້ມັນແຕກຕ່າງເພື່ອຊ່ວຍຊີວິດຂອງເດັກນ້ອຍ ທີ່ໂຊກບໍ່ດີເໝືອນຄົນອື່ນ. ບາດນີ້ໃຫ້ລອງກັບມາຄິດເບິ່ງວ່າ ມັນຈະເປັນແນວໃດຖ້າຫາກວ່າ ຄົນຕໍ່ໄປ ທີ່ນັກທ່ອງທ່ຽວເຂົ້າຫານັ້ນ ຕ້ອງການສິ່ງຕອບແທນເປັນເງິນ 50 ບາດ? ໃນໂອກາດວັນທ່ອງທ່ຽວໂລກ ຂ້າພະເຈົ້າຢາກໃຫ້ທ່ານໃຊ້ເວລາຄິດໜ້ອຍໜຶ່ງກ່ຽວກັບວ່າການທ່ອງທ່ຽວໝາຍເຖິງຫຍັງສຳລັບລູກ ຫຼານຂອງພວກເຮົາ ແລະ ພວກເຮົາຈະເຮັດແນວໃດໃຫ້ເຂົາເຈົ້າປອດໄພ. ອຸດສະຫະກຳການທ່ອງທ່ຽວ ຂອງໄທໄດ້ສືບຕໍ່ຂະຫຍາຍຕົວທັງໆທີ່ເກີດວິກິດການເສດຖະກິດໂລກໃນໄລຍະຜ່ານມາກໍ່ຕາມ. ໃນປີ 2010 ນັກທ່ອງທ່ຽວຈໍານວນ 16 ລ້ານຄົນໄດ້ເດີນທາງເຂົ້າໄປທ່ອງທ່ຽວໃນສະຫຍາມເມືອງຍິ້ມ ພ້ອມດຽວກັນນັ້ນ …
Read more
September 26, 2011
ບາງກອກ, ປະເທດໄທ ວັນທີ 26 ກັນຍາ ປີ 2011 ເນື່ອງຈາກອຸດສະຫະກຳການທ່ອງທ່ຽວໃນອາຊີຕາເວັນອອກສ່ຽງໃຕ້ໄດ້ລະເບີດຂຶ້ນພ້ອມກັບຈຳນວນນັກທ່ອງທ່ຽວທີ່ເດີນທາງເຂົ້າມາທ່ຽວເປັນຈຳນວນຫຼວງຫຼາຍນັ້ນ ຄວາມຈຳເປັນຕ້ອງປົກປ້ອງເດັກທີ່ອາດໄດ້ ຮັບຜົນກະທົບຈາກການທາລຸນທາງເພດໂດຍນັກທ່ອງທ່ຽວໄດ້ສົ່ງສັນຍານເຕືອນຕົວແທນການຊ່ວຍເຫຼືອ ລະຫວ່າງຊາດ ນັ້ນຄືອົງການສຸພະນິມິດ. ການເຕືອນ ທີ່ໄດ້ປະກາດອອກຍ້ອນວ່າໂລກໄດ້ສະຫຼອງວັນທ່ອງທ່ຽວໂລກ (ວັນອັງຄານ ວັນທີ 27ເດືອນກັນຍາ) ຂໍ້ມູນລ້າສຸດຈາກປະເທດຕ່າງໆເຊັ່ນ: ປະເທດໄທໄດ້ສະແດງໃຫ້ເຫັນເຖິງຈຳນວນ ນັກທ່ອງທ່ຽວທີ່ເຂົ້າມາໃນປະເທດເພີ່ມຂຶ້ນຕາມອັດຕາປະຈຳປີ 26 ເປີເຊັນ (ຈຳນວນນັກທ່ອງທ່ຽວ 11.17ລ້ານຄົນ) ສຳລັບ 6 ເດືອນຕົ້ນປີ ຂອງປີ 2011. ເຖິງແມ່ນວ່າບໍ່ໄດ້ເປັນຄູ່ແຂ່ງກັບປະເທດ ຕ່າງໆ ເຊັ່ນ: ປະເທດ ລາວປີທີ່ຜ່ານມາໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນປະເທດ 2.5 ລ້ານຄົນ ເທົ່າກັນກັບປະເທດກຳປູເຈຍ, ແຕ່ວ່າຫວຽດນາມມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນປະເທດເຖິງ 5 ລ້ານຄົນ. ອົງການສຸພະນິມິດກ່າວວ່າ ທັງໆທີ່ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນ ແລະ ຄວາມສ່ຽງທີ່ອາດຈະເກີດຂຶ້ນຕໍ່ ເດັກນັ້ນຄືການຫາຜົນປະໂຫຍດຈາກເດັກ ພວກເຂົາເຊື່ອວ່ານັກທ່ອງທ່ຽວທີ່ມີຄວາມຮັບຜິດຊອບແມ່ນ ພາກສ່ວນໜຶ່ງຂອງການແກ້ໄຂບັນຫາ. ປະຈຸບັນນີ້ອົງການສຸພະນິມິດກຳລັງຊອກຫາວິທີລະດົມນັກທ່ອງ ທ່ຽວໃນຄວາມພະຍາຍາມເຝົ້າລະວັງຄວາມປອດໄພ ແລະ ການປົກປ້ອງເດັກ ເມື່ອພວກເຂົາເດີນທາງ ທ່ອງທ່ຽວໃນພາກພື້ນ ແລະ ອົງການດັ່ງກ່າວຈະສອບຖາມຜູ້ດຳເນີນອຸດສະຫະກຳການທ່ອງທ່ຽວ …
Read more