Warning: "continue" targeting switch is equivalent to "break". Did you mean to use "continue 2"? in /home/thecode1/public_html/childsafetourism.org/wp-content/plugins/seo-ultimate/modules/class.su-module.php on line 1195

Warning: Declaration of Menu_With_Description::start_el(&$output, $item, $depth, $args) should be compatible with Walker_Nav_Menu::start_el(&$output, $item, $depth = 0, $args = NULL, $id = 0) in /home/thecode1/public_html/childsafetourism.org/wp-content/themes/childsafe_v2/functions.php on line 665
ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດ

Child Safe Tourism

January 11, 2013

ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດ

ດ້ວຍຈຳນວນນັກທ່ອງທ່ຽວ 1 ຕື້ຄົນ ທີ່ເດີນທາງຂ້າມຊາຍແດນລະຫວ່າງປະເທດໃນປີ 2012, ການທ່ອງທ່ຽວແມ່ນໜຶ່ງໃນພາກສ່ວນທີ່ສຳຄັນທີ່ສຸດຂອງເສດຖະກິດໂລກຢ່າງປະຕິເສດບໍ່ໄດ້ ເຊິ່ງຂັບ ເຄື່ອນການເຕີບໂຕດ້ານເສດຖະກິດ ແລະ ຄ້ຳຈູນຄວາມເຂົ້າໃຈດ້ານວັດທະນະທຳໃນທົ່ວໂລກ. ແຕ່ເຖິງຢ່າງໃດກໍ່ດີ, ພື້ນຖານໂຄງລ່າງດ້ານການທ່ອງທ່ຽວສ່ວນໃຫຍ່ແມ່ນຖືກໃຊ້ໃນທາງທີ່ຜິດເພື່ອຈຸດຈົບທີ່ຍອມຮັບບໍ່ໄດ້ ເປັນຕົ້ນແມ່ນ ການທາລຸນເດັກ. ມັນຈຳເປັນທີ່ຈະຕ້ອງຈື່ໄວ້ວ່າ ການທ່ອງທ່ຽວມີຄວາມຈຳເປັນໃນການ ປັບປຸງພື້ນຖານໂຄງລ່າງດຽວກັນ ແລະ ໃຊ້ມັນເພື່ອຕ້ານກັບການຂູດຮີດເດັກໃນທຸກຮູບແບບ. ດັ່ງນັ້ນ ມັນຈຳເປັນເຊັ່ນກັນທີ່ຈະຕ້ອງນຶກເຖິງວ່າ ບັນຫາການຂູດຮີດເດັກສາມາດແກ້ໄຂໄດ້ຈາກການມີ ສ່ວນ ຮ່ວມຂອງຫຼາຍພາກສ່ວນ.

ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດ, ເຊິ່ງເປັນໜ່ວຍງານພິເສດສະເພາະແຫ່ງອົງການສະຫະ ປະຊາຊາດໄດ້ຮັບມອບໝາຍກະຕຸ້ນການດຳເນີນຮ່ວມກັນໃນດ້ານການປົກປ້ອງສິດທິຂອງເດັກ. ພວກ ເຮົາສະໜັບສະໜູນຄວາມເປັນຫຸ້ນສ່ວນລະຫວ່າງພາກລັດ ແລະ ພາກເອກະຊົນ, ສົ່ງເສີມການຮ່ວມ ມືລະຫວ່າງການກະຕຸ້ນການທ່ອງທ່ຽວ ແລະ ປະເທດທີ່ເປັນຈຸດໝາຍປາຍທາງການທ່ອງທ່ຽວ ແລະ ການພົວພັນທີ່ ເກີດຜົນເປັນເລີດລະຫວ່າງອຸດສະຫະກຳການທ່ອງທ່ຽວ ແລະ ສັງຄົມ. ການໂຄສະນາດ້ານຄວາມຮັບຮູ້ສາກົນຂອງອົງການທ່ອງທ່ຽວແຫ່ງສະຫະປະຊາຊາດທີ່ວ່າ: “ບໍ່ອະ ນຸ ຍາດໃຫ້ມີການທ່ອງທ່ຽວທີ່ເປັນການທາລຸນເດັກ” ໄດ້ຈັດຕັ້ງຂຶ້ນໃນປີ 2008 ໂດຍການຮ່ວມມືກັບຄູ່ ຮ່ວມງານຈາກຫຼາຍພາກສ່ວນ. ໃນທຳນອງດຽວກັນນັ້ນ, ເປັນເວລາຫຼາຍກ່ວາໜຶ່ງທົດສະວັດແລ້ວທີ່ ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດໄດ້ປະສານງານກັບເຄືອຂ່າຍການທ່ອງທ່ຽວໂລກດ້ານການປົກປ້ອງເດັກ(ເຊິ່ງແຕ່ກ່ອນແມ່ນຄະນະກຳມະການສະເພາະກິດເພື່ອການປົກປ້ອງເດັກໃນອຸດສະຫະກຳ ການທ່ອງທ່ຽວ ເພື່ອສົ່ງເສີມການຮ່ວມມືລະຫວ່າງຜູ້ດຳເນີນທຸລະກິດການທ່ອງທ່ຽວດ້ວຍກັນໃຫ້ ຮັບຮູ້ ແລະ ຊ່ວຍປ້ອງກັນ ແລະ ລາຍງານການທາລຸນເດັກໃນຂົງເຂດການທ່ອງທ່ຽວ (ເປັນຕົ້ນການ ທາລຸນ ທາງ ເພດ, ການໃຊ້ແຮງງານເດັກ ແລະ ການຄ້າມະນຸດ) ດ້ວຍການສ້າງມາດຖານການປົກປ້ອງເດັກ, ການ ສ້າງຄວາມອາດສາມາດ ແລະ ການຍົກສູງຄວາມຮັບຮູ້ກ່ຽວກັບຄວາມສ່ຽງຂອງການທາລຸນເດັກ ໃນທົ່ວຂົງເຂດອຸດສະຫະກຳການທ່ອງທ່ຽວເຫຼົ່ານີ້ເປັນຕົ້ນ.

ເຄືອຂ່າຍການທ່ອງທ່ຽວສາກົນໄດ້ດຳເນີນໄປພາຍໃຕ້ຂອບນະໂຍບາຍທີ່ສຳຄັນຂອງອົງການທ່ອງທ່ຽວ ແຫ່ງສະຫະປະຊາຊາດ, ຫຼັກເກນຈະລິຍະທຳຂອງໂລກເພື່ອການທ່ອງທ່ຽວ, ຂອບການພັດທະນາການ ທ່ອງທ່ຽວທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງ. ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດໄດ້ປະກາດ ຢ່າງບໍ່ຕ້ອງສົງໃສວ່າ “ການຫາຜົນປະໂຫຍດຈາກມະນຸດບໍ່ວ່າຈະດ້ວຍຮູບການໃດກໍ່ຕາມໂດຍສະ ເພາະແລ້ວການຂູດຮີດ ຫລື ຫາຜົນປະໂຫຍດຈາກເດັກ ຖືວ່າຂັດກັບເປົ້າໝາຍພື້ນຖານຂອງການ ທ່ອງທ່ຽວ ແລະ ແມ່ນການປະຕິເສດການທ່ອງທ່ຽວ” (ມາດຕາ 2.3).

ໂດຍອີງໃສ່ຫຼັກການປະຕິບັດນີ້ເຄືອຂ່າຍການທ່ອງທ່ຽວສາກົນ ໄດ້ເຮັດວຽກຄຽງບ່າຄຽງໄຫຼ່ຢ່າງມີປະສິດ ທິຜົນຮ່ວມກັບລັດຖະບານ, ອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະ ອົງການຈັດຕັ້ງສາກົນຕ່າງໆ, ສື່ມວນຊົນ ແລະ ຂະແໜງອຸດສະຫະກຳທ່ອງທ່ຽວເພື່ອແນໃສ່ລົບລ້າງການຂູດຮີດ ຫລື ຫາຜົນປະ ໂຫຍດຈາກໄວໜຸ່ມໃນຂົງເຂດການທ່ອງທ່ຽວ. ກົດໝາຍຂອງປະເທດ ແລະ ແຜນງານຕ່າງໆເພື່ອ ປົກປ້ອງເດັກໄດ້ສົ່ງເສີມການປະກອບສ່ວນຂອງບັນດາຜູ້ສະໜັບສະໜູນ, ຫົວໜ່ວຍທຸລະກິດການ ທ່ອງທ່ຽວ ແລະ ສື່ມວນຊົນ. ຄວາມຮູ້ ແລະ ປະສົບການຂອງປະເທດຕ່າງໆລວມໄປເຖິງອົງການ ທີ່ບໍ່ສັງກັດລັດຖະບານໄດ້ປະກອບສ່ວນຢ່າງນັບບໍ່ຖ້ວນເຂົ້າໃນໂຄງການສ້າງຄວາມເຂັ້ມແຂງ, ການ ຝຶກອົບຮົມບຸກຄະລາກອນຂະແໜງອຸດສະຫະກຳທ່ອງທ່ຽວ, ການໂຄສະນາຍົກສູງຄວາມຮູ້ຄວາມສາ ມາດ, ການຂຽນປຶ້ມຄູ່ມືສຳລັບການລາຍງານເຫດການການທາລຸນເດັກ ແລະ ການວາງລະບຽບການ ໃນການປົກປ້ອງເດັກ. ມາດຕະການການປະຕິບັດທີ່ວາງອອກໂດຍອົງການເອັກແພັດ(ECPAT) ຊຶ່ງ ສະໜັບສະໜູນໂດຍ ອົງການທ່ອງທ່ຽວສາກົນ ແຫ່ງສະຫະປະຊາດແມ່ນຕົວຢ່າງຂອງການລິເລີ່ມການ ຮ່ວມມືລະຫວ່າງພາກ ເອກະຊົນ ແລະ ສັງຄົມ ເພື່ອຕໍ່ສູ້ກັບການຂູດຮີດເດັກ.

ປະສົບການທີ່ຍາວນານຂອງອົງການທ່ອງທ່ຽວແຫ່ງສະຫະປະຊາຊາດໃນການເປັນຜູ້ອຳນວຍຄວາມສະດວກໃນການຮ່ວມມືຫຼາຍຝ່າຍໄດ້ສະແດງໃຫ້ເຫັນວ່າ ການຮ່ວມມືທີ່ມີປະສິດທິຜົນອັນສຳຄັນລະຫວ່າງ ພາກລັດ ແລະ ພາກເອກະຊົນນັ້ນແມ່ນຜົນສຳເລັດຂອງມາດຕະການໆປົກປ້ອງເດັກ. ມີແຕ່ການ
ຮ່ວມມືກັນເທົ່ານັ້ນຈຶ່ງຈະສາມາດລົບລ້າງປະກົດການຂອງການຂູດຮີດເດັກ ໄປໄດ້ຢ່າງແທ້ຈິງ ໂດຍຜ່ານຂະແໜງການທ່ອງທ່ຽວ.

ມາຣີນາ ດີໂອໂທວເລວີ ​ ຫົວໜ້າ ໂຄງການ, ສິນລະທຳ ແລະ ມີຕິທາງສັງຄົມຂອງການທ່ອງທ່ຽວ, ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດ.