ການເຮັດໃຫ້ເດັກປອດໄພຈາກການຖືກປະຕິບັດຕົນໃນທາງທີ່ບໍ່ຖືກຕ້ອງໃນອຸດສະຫະກຳການທ່ອງທ່ຽວ: ວາລະການປະຊຸມຕົວຢ່າງ
ການສຳມະນາກ່ຽວກັບ “ການເຮັດໃຫ້ເດັກນ້ອຍປອດໄພຈາກການຖືກປະຕິບັດຕົນໃນທາງທີ່ບໍ່ຖືກຕ້ອງ ໃນອຸດສະຫະກຳການທ່ອງທ່ຽວ” ແມ່ນການຝຶກອົບຮົມທີ່ມີການປຶກສາຫາລືທີ່ດຳເນີນໄປໜຶ່ງວັນ ສຳລັບພະນັກງານ ແລະ ຜູ້ບໍລິຫານ ຫຼື ເຈົ້າຂອງຫົວໜ່ວຍທຸລະກິດໃນພາກການທ່ອງທ່ຽວ. ການຝຶກອົບຮົມດັ່ງກ່າວໃຫ້ຄວາມຮູ້ໃໝ່ໆແກ່ນັກສຳມະນາກອນໃນເລື່ອງການທາລຸນເດັກໃນຂະແໜງການທ່ອງທ່ຽວ ແລະ ແບ່ງປັນທັກສະຕົວຈິງເພື່ອສ້າງແວດລ້ອມການທ່ອງທ່ຽວທີ່ເຮັດໃຫ້ເດັກປອດໄພ. ພາຍຫຼັງທີ່ເຂົ້າຮ່ວມການຝຶກອົບຮົມ ນັກສຳມະນາກອນ ຈະເຂົ້າໃຈການເຊື່ອມຕໍ່ລະຫວ່າງການທ່ອງທ່ຽວ ແລະ ການຫາຜົນປະໂຫຍດຈາກເດັກນ້ອຍ(ການໃຊ້ແຮງງານເດັກນ້ອຍ). ພ້ອມກັນນັ້ນ ນັກສຳມະນາກອນຈະຮັບຮູ້ຂັ້ນຕອນທີ່ງ່າຍດາຍໃນການປ້ອງກັນເດັກຈາກການທາລຸນ. ການຝຶກອົບຮົມຈະດຳເນີນໄປເປັນພາສາປະຈຳຊາດ (ພາສາຂະແມ, ລາວ, ໄທ ແລະ ຫວຽດນາມ) ໂດຍຜູ້ຊ່ຽວຊານລະດັບຊາດ. ກະລຸນາເບິ່ງວາລະການປະຊຸມຕົວຢ່າງ.