ຄໍາຫມັ້ນສັນຍາຂອງ Intrepid Travel ທີ່ຈະປົກປ້ອງເດັກໃຫ້ປອດໄພໃນອຸດສາຫະກໍາການທ່ອງທ່ຽວ
ການຊ່ວຍເຫຼືອເດັກໃຫ້ປອດໄພຈາກການຂູດຮີດ ເປັນໜຶ່ງໃນເປົ້າໝາຍຫຼັກຂອງ Intrepid Travel ຕັ້ງແຕ່ກໍ່ບໍລິສັດທ່ອງທ່ຽວພະຈົນໄພຂື້ນທົ່ວໂລກ ໄດ້ເລີ່ມດໍາເນີນການໃນອາຊີຕາເວັນອອກສຽງໃຕ້ໃນປີ 1989, ບໍລິສັດນີ້ດໍາເນີນການຢູ່ໃນ 120 ປະເທດທົ່ວໂລກ ແລະ ໄດ້ພານັກທ່ອງທ່ຽວປະມານ 100.000 ຄົນຕໍ່ປີໄປທ່ອງທ່ຽວສະຖານທີ່ຕ່າງໆ ທີມງານຂອງການທ່ອງທ່ຽວທີ່ປອດໄພສໍາລັບເດັກ ຫຼື Child Safe Tourism (CST) ໄດ້ສົນທະນາກັບຜູ້ຈັດການຂອງ Intrepid ທ່ານ ເຈນ ຄຣາເລ ເພຶ່ອທີ່ຈະຊອກຫາສິ່ງທີ່ເປັນປັດໃຈສຳຄັນທີ່ເຮັດໃຫ້ການປົກປ້ອງເດັກເປັນເລື່ອງທີ່ Intrepid Travel (IT) ຈັດຕັ້ງປະຕິບັດໃນວຽກງານຂອງພວກເຂົາ.
CST: Intrepid ເຂົ້າມາເຮັດທຸລະກິດແບບປົກປ້ອງເດັກໄດ້ແນວໃດ.
IT: ຕັ້ງແຕ່ໄລຍະການເລີ່ມຕົ້ນການດໍາເນີນງານຂອງບໍລິສັດ ພະນັກງານທ້ອງຖິ່ນ ໂດຍສະເພາະແມ່ນຫົວໜ້າທີມ. (ເຊິ່ງປະຈຸບັນມີພະນັກງານຫຼາຍກວ່າ 300 ຢູ່ໃນອາຊີ) ໄດ້ເຫັນຄວາມສ່ຽງຂອງເດັກໃນສະຖານທີ່ຕ່າງໆ ແລະໄດ້ເຫັນພຶດຕິກຳທີ່ໜ້າເປັນຫວ່ງຫຼາຍ ຂອງນັກທ່ອງທ່ຽວບາງຄົນທີ່ອາດສາມາດທີ່ຈະຂູດຮີດເດັກໄດ້. ພວກເຂົາໄດ້ສັງເກດເຫັນເດັກເຮັດວຽກຢູ່ໃນສະພາບແວດລ້ອມທີ່ມີຄວາມສ່ຽງເຊັ່ນ:
- ຂາຍດອກໄມ້, ໂປດສຄາດ ແລະ ເຄື່ອງປະດັບຢູ່ໃນປະເທດຫວຽດນາມ.
- ຂໍທານຢູ່ຕາມຖະຫນົນຫົນທາງຂອງປະເທດລາວ.
- ເຮັດວຽກຢູ່ໃນຮ້ານບັນເທີງກາງຄືນ ຫຼື ຕາມສະຖານທີ່ທີ່ມີຊື່ສຽງໃນການຂາຍບໍລິການທາງເພດໃນປະເທດໄທ.
- ສະແດງໂຊ໌ວຕ່າງໆໃຫ້ນັກທ່ອງທ່ຽວເບິ່ງ ຢູ່ໃນສະຖານລ້ຽງເດັກກຳພ້າໃນປະເທດກໍາປູເຈຍ.
ຫຼັງຈາກທີ່ພະນັກງານ Intrepid ໄດ້ລື້ງເຄີຍ ແລະ ເປັນເພື່ອນກັບເດັກໃນທ້ອງຖິ່ນເຫຼົ່ານີ້ ພວກເຂົາກໍ່ເລີ່ມທີ່ຈະເຂົ້າໃຈບັນຫາຂອງເດັກຫຼາຍຂຶ້ນ ພວກເຂົາກະຕືລືລົ້ນທີ່ຈະຊ່ວຍໃນການສ້າງສະພາບແວດລ້ອມການທ່ອງທ່ຽວທີ່ດີຂຶ້ນສຳລັບເດັກ – ເພື່ອທີ່ຈະໃຫ້ເດັກໃນທ້ອງຖິ່ນໄດ້ຮັບປະໂຫຍດຈາກການທ່ອງທ່ຽວ ແທນທີ່ຈະຮັກສາສະພາບທີ່ເປັນໄພອັນຕະລາຍຕໍ່ພວກເຂົາໄວ້. ສຸດທ້າຍນີ້, ການທ່ອງທ່ຽວຄວນຈະໃຫ້ຜົນປະໂຫຍດແກ່ນັກທ່ອງທ່ຽວ ແລະ ຊຸມຊົນ ຄວາມປອດໄພ ແລະ ອະນາຄົດຂອງເດັກຖືເປັນສິ່ງສໍາຄັນໃນການພົວພັນນີ້.
CST: Intrepid ສະຫນັບສະຫນູນການປະຕິບັດວຽກຂອງອົງການທີ່ເຮັດວຽກປົກປ້ອງເດັກໃນພາກພື້ນນີ້ແນວໃດ.
IT: Intrepid Travel ໄດ້ມີການຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ທ້ອງຖິ່ນໃນພາກພື້ນທີ່ສຸມໃສ່ການປົກປ້ອງເດັກເຊັ່ນ: ໂຄງການເດັກສະຫຼາດຂອງອົງການເອັກແຜດສາກົນ, ໂຄງການເດັກປອດໄພ ຂອງອົງການເພື່ອນມິດສາກົນ ແລະ ໂຄງການເດັກ-ເສົາຫຼັກປ້ອງກັນ ຂອງອົງການສຸພະນິມິດ. ອົງການເຫຼົ່ານີ້ໄດ້ໃຫ້ຂໍ້ມູນທີ່ໜ້າເປັນຫວ່ງເຖິງບັນຫາ ແລະ ຍັງສະເໜີວິທີທີ່ Intrepid ສາມາດຊ່ວຍໄດ້. ຊຶ່ງສິ່ງນີ້ໄດ້ກາຍເປັນຄຸນຄ່າຮ່ວມກັນລະຫວ່າງອົງການຈັດຕັ້ງສາກົນແລະ Intrepid. ພວກເຮົາສາມາດທີ່ຈະບໍລິຈາກເງິນ ເພຶ່ອສົ່ງເສີມໃຫ້ເກີດການໂຄສະນາຂອງການລິເລີ້ມການເຊື່ອມໂຍງໃນອຸດສາຫະກຳການທ່ອງທ່ຽວ ແລະ ເຜີຍແພ່ສື່ການສຶກສາໃຫ້ແກ່ນັກທ່ອງທ່ຽວ. ໃນທາງດຽວກັນ ພວກເຂົາໄດ້ສະຫນອງການຝຶກອົບຮົມໃຫ້ພະນັກງານ ພ້ອມທັງຄໍາແນະນໍາຈາກຊ່ຽວຊານທີ່ເປັນປະໂຫຍດ ໃນປະເດັນຂອງການຂູດຮີດເດັກ ແລະ ວິທີການທີ່ພວກເຮົາສາມາດຊ່ວຍເຫຼືອເດັກໄດ້.
CST: ທ່ານແນະນໍາປະເດັນການຂູດຮີດເດັກໃຫ້ນັກທ່ອງທ່ຽວແນວໃດ ແລະ ທ່ານມີວິທີການແນວໃດໃຫ້ນັກທ່ອງທ່ຽວມີຄວາມຮູ້ຄວາມເຂົ້າໃຈ ທີ່ຈະສ້າງສະພາບແວດລ້ອມການທ່ອງທ່ຽວທີ່ປອດໄພສຳລັບເດັກ.
IT: ພວກເຮົາສົ່ງຕໍ່ຄວາມຮູ້ ແລະຂໍ້ມູນທີ່ພວກເຮົາໄດ້ຮຽນຮູ້ໃຫ້ແກ່ລູກຄ້າຂອງພວກເຮົາ ເພື່ອວ່າພວກເຂົາຈະສາມາດເລືອກສິ່ງທີ່ດີທີ່ສຸດ ໃນລະຫວ່າງການເດີນທາງພວກເຮົາໄດ້ສອນໃຫ້ລູກຄ້າເປັນນັກເດີນທາງທີ່ມີຄວາມຮັບຜິດຊອບ ແລະ ພາພວກເຂົາໄປແຫຼ່ງທຸລະກິດ ແລະ ອົງການຈັດຕັ້ງທາງສັງຄົມທີ່ສະຫນັບສະຫນູນເດັກ ແລະ ຄອບຄົວທີ່ມີຄວາມສ່ຽງ.
ການຂໍເຂົ້າໄປທ່ອງທ່ຽວສະຖານລ້ຽງເດັກກຳພ້າ ເປັນຄຳຂໍທີ່ພົບເຫັນເລື້ອຍໆຈາກລູກຄ້າໃນໄລຍະຫລາຍປີຜ່ານມາ, ສ່ວນໃຫຍ່ແລ້ວລູກຄ້າມີເຈດຕະນາທີ່ດີ ແຕ່ມັນສະແດງເຖິງການຂາດຈິດສໍານຶກ ແລະ ຄວາມຮູ້ກ່ຽວກັບຜົນກະທົບທາງລົບ ທີ່ການທ່ອງທ່ຽວສະຖານລ້ຽງເດັກກຳພ້າສາມາດນຳມາສູ້ເດັກໄດ້, Intrepid ໄດ້ນໍາໃຊ້ໂອກາດນີ້ເພື່ອສອນນັກທ່ອງທ່ຽວສິ່ງທີ່ເຂົາເຈົ້າຄວນ ແລະ ບໍ່ຄວນເຮັດໃນເວລາຂອງເຂົາເຈົ້າພົບປະກັບເດັກທີ່ມີຄວາມສ່ຽງໃນທ້ອງຖິ່ນ.
CST: ທ່ານຝຶກອົບຮົມພະນັກງານ intrepid ກ່ຽວກັບບັນຫາທີ່ລະອຽດອ່ອນເຫຼົ່ານີ້ແນວໃດ?
IT: ຕັ້ງແຕ່ 1999 intrepid ໄດ້ຝຶກອົບຮົມພະນັກງານໃນພາກພື້ນອາຊີເວັນອອກສ່ຽງໃຕ້ ກ່ຽວກັບວິທີການເພື່ອປົກປ້ອງເດັກຈາກການລ່ວງລະເມີດ ໂດຍສະເພາະແມ່ນເດັກຜູ້ທີ່ອາໃສຢູ່ ແລະ ເຮັດວຽກໃນສະຖານທີ່ທ່ອງທ່ຽວຕ່າງໆ. ການຝຶກອົບຮົມນີ້ສະຫນັບສະຫນູນຄວາມຮັບຜິດຊອບຂອງພວກເຮົາ ໃນການທີ່ຈະລາຍງານ ແລະ ການດໍາເນີນການໂດຍການສອນຫົວໜ້າທີມງານ ກ່ຽວກັບສິ່ງທີ່ເຂົາຄວນເຮັດຖ້າຫາກວ່າພວກເຂົາສັງເກດເຫັນພຶດຕິກໍາທີ່ໜ້າສົງໃສ.
ພວກເຮົາສາມາດທີ່ຈະເອົາເນື້ອໃນສໍາຄັນຂອງການຝຶກອົບຮົມນີ້ ເຂົ້າໃນຫຼັກສູດການຝຶກອົບຮົມບັນດາຜູ້ນໍາທົ່ວໂລກ ການປູກຈິດສໍານຶກນີ້ເຮັດໃຫ້ພະນັກງານ intrepid ໄດ້ລາຍງານຫຼາຍຄັ້ງໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ແລະ ຕໍາຫຼວດສູນກາງຂອງອົດສະຕາລີ.
ພວກເຮົາຍັງໄດ້ສ້າງຕັ້ງນະໂຍບາຍຢ່າງເປັນທາງການໃຫ້ທີມງານ ໃນເວລາທີ່ໄປທ່ອງທ່ຽວຕາມໂຮງຮຽນ ແລະ ອົງການທີ່ເຮັດວຽກກ່ຽວກັບເດັກ ລວມທັງສະຖານລ້ຽງເດັກກຳພ້າ. ນະໂຍບາຍນີ້ຊ່ວຍໃຫ້ພະນັກງານ ແລະ ລູກຄ້າຂອງພວກເຮົາເຂົ້າໃຈວິທີທີ່ເຂົາເຈົ້າສາມາດຊ່ວຍເຫຼືອເດັກທ້ອງຖິ່ນທີ່ມີຄວາມສ່ຽງໄດ້. ສິ່ງໜຶ່ງທີ່ລູກຄ້າສາມາດເຮັດໄດ້ແມ່ນບໍລິຈາກເງິນໃຫ້ອົງການທີ່ເຮັດວຽກກ່ຽວກັບເດັກ ໂດຍຜ່ານມູນນິທິ intrepid ວິທີນີ້ຊ່ວຍເຮັດໃຫ້ລູກຄ້າໝັ້ນໃຈໄດ້ວ່າການສະຫນັບສະຫນູນຂອງເຂົາເຈົ້າໄດ້ຖືກນໍາໃຊ້ຢ່າງດີທີ່ສຸດ.
CST: ແມ່ນຫຍັງເປັນບູລິມະສິດຕໍ່ໄປຂອງ intrepid ສໍາລັບການປົກປ້ອງເດັກ?
IT: JC: ພວກເຮົາມີຄວາມຕັ້ງໃຈສູງ ທີ່ຈະຊອກຫາອົງການເພີ່ມເຕີມ ເພື່ອເປັນຄູ່ຮ່ວມງານທີ່ຢູ່ໃນຂົງເຂດອື່ນໆຂອງໂລກ ບ່ອນທີ່ເຮົາຄິດວ່າເດັກອາດມີຄວາມສ່ຽງຕໍ່ການຂູດຮີດໃນການທ່ອງທ່ຽວ ໂດຍສະເພາະແມ່ນໃນອາຟຣິກກາ, ປະເທດມຽນມາ ແລະ ອາເມລິກາລາຕີນ, ເຊັ່ນດຽວກັນກັບອົງການຊ່ວຍເຫຼືອໃນອາຊີ ທີ່ຊ່ວຍຝຶກອົບຮົມພະນັກງານໃນປະເດັນການປົກປ້ອງເດັກ ແລະ ຊ່ວຍໃຫ້ຄວາມຮູ້ແກ່ລູກຄ້າ ແລະ ຊ່ວຍເປັນ “ຫູ ແລະ ຕາ” ໃນການປົກປ້ອງເດັກທ້ອງຖິ່ນ.