Warning: "continue" targeting switch is equivalent to "break". Did you mean to use "continue 2"? in /home/thecode1/public_html/childsafetourism.org/wp-content/plugins/seo-ultimate/modules/class.su-module.php on line 1195

Warning: Declaration of Menu_With_Description::start_el(&$output, $item, $depth, $args) should be compatible with Walker_Nav_Menu::start_el(&$output, $item, $depth = 0, $args = NULL, $id = 0) in /home/thecode1/public_html/childsafetourism.org/wp-content/themes/childsafe_v2/functions.php on line 665
ປົກປ້ອງເດັກໃຫ້ປອດໄພຈາກໂລກອອນລາຍ

Child Safe Tourism

October 13, 2014

ປົກປ້ອງເດັກໃຫ້ປອດໄພຈາກໂລກອອນລາຍ

ຄວາມເຫັນຈາກຜູ້ເຂົ້າຢ້ຽມຢາມ: ການຂູດຮີດເດັກ ແລະ ສູນປົກປ້ອງເດັກອອນລາຍ.

ເທັກໂນໂລຊີ ດີຈິຕໍແມ່ນມີຄວາມສຳຄັນສຳລັບເດັກ ແລະ ຊາວ​ໝຸ່ມ. ພວກເຂົາໃຊ້ມັນໃນການຮຽນຮູ້, ຫລິ້ນ, ເວົ້າລົມກັບໝູ່ຄູ່, ເຂົ້າສັງຄົມ ແລະ ສະແດງອອກ ທາງຄວາມຄິດໃນວິທີສ້າງສັນຕ່າງໆ ບໍ່ວ່າຈະເປັນການແບ່ງປັນຮູບພາບ, ວິດີໂອ, ຊ່ອງຫລີ້ນເກມ ຫລື ເຖິງຈະເຮັດໂປແກຣມດ້ວຍຕົວເອງ, ໂລກອອນລາຍຈຶ່ງເປັນສະຖານທີ່ໆເຕັມໄປດ້ວຍໂອກາດດີໆ.

ຢ່າງໃດກໍ່ຕາມ, ເທັກໂນໂລຊີດີຈິຕໍ ກໍ່ນຳຄວາມສ່ຽງມາສູ່ເດັກໄດ້ເຊັ່ນກັນ ມີການເຊື່ອມໂຍງກັນລະຫວ່າງການລ່ວງລະເມີດເດັກໃນທຸລະກິດທ່ອງທ່ຽວ ແລະ ເທັກໂນໂລຊີດີຈິຕໍ. ຜູ້ລ່ວງລະເມີດທາງເພດເດັກມັກທີ່ຈະໃຊ້ມັນໃນການເຂົ້າໄປລໍ້ລວງເດັກ ເພື່ອການລ່ວງລະເມີດທາງເພດທາງອອນລາຍ.

ຜູ້ປົກຄອງ ແລະ ຜູ້ເບິ່ງແຍງເດັກສາມາດສ້າງການປ່ຽນແປງທີ່ສຳຄັນໃນການຫລຸດຜ່ອນຄວາມສ່ຽງຕໍ່ເດັກ ແລະ ຊ່ວຍໃຫ້ພວກເຂົາປອດໄພໄດ້. ເປັນສິ່ງທີ່ສໍາຄັນທີ່ຜູ້ປົກຄອງ ແລະ ຜູ້ເບິ່ງແຍງເດັກຈະຕ້ອງເຂົ້າໃຈວ່າເດັກກຳລັງເຮັດຫຍັງບາງຢ່າງໃນໂລກອອນລາຍ ແລະ ເວົ້າລົມກັບພວກ​ເຖິງຄວາມສ່ຽງຕ່າງໆທີ່ອາດຈະເກີດຂຶ້ນ.

ເຄັດລັບທີ່ດີທີ່ສຸດສຳລັບຜູ້ປົກຄອງ ແລະ ຜູ້ເບິ່ງແຍງເດັກ:

ສອບຖາມເວັບໄຊທີ່ເດັກເຂົ້າໃຊ້- ການເຮັດແບບນີ້ທ່ານສາມາດຮູ້ວ່າເດັກກໍາລັງເຮັດຫຍັງຢູ່ ແລະ ກິດຈະກໍາຫລັກຂອງເຂົາມີຫຍັງແດ່ ແລະ ໂດຍການຈົດບັນທຶກຊື່ຂອງເວັບໄຊຕ່າງໆທີ່ເດັກເຂົ້າເບິ່ງ. ທ່ານສາມາດເຂົ້າໄປກວດສອບໄດ້ເວລາເດັກບໍ່ຢູ່ ແລະ ຮຽນຮູ້ວິທີການລາຍງານໃຫ້ຜູ້ສ້າງເວັບໄຊໂດຍກົງ.

ໝັ້ນໃຈວ່າຂໍ້​ມູນ​ຂອງເດັກໄດ້ຖືກຕັ້ງຄ່າໄວ້ເປັນສ່ວນຕົວ- ເຄືອຂ່າຍທາງສັງຄົມອອນລາຍເຊັ່ນ: ເຟສບຸກ, ອິນສະຕຣາແກຣມ ແລະ ຢູທຣູບຈະຖືກໃຊ້ໂດຍເດັກ ໃນການແບ່ງປັນຂໍ້ມູນຮູບພາບ ແລະ ທຸກໆຢ່າງທີ່ພວກເຂົາເຮັດ! ຄວນທີ່ຈະສົ່ງເສີມການຕັ້ງຄ່າຂໍ້ມູນສ່ວນຕົວໄປທີ່ຄວາມປອດໄພສູງສຸດ ເພື່ອທີ່ຈະໃຫ້ສະເພາະໝູ່ເທົ່ານັ້ນທີ່ສາມາດເຫັນເນື້ອໃນ (ເພື່ອນເຫລົ່ານີ້ຄວນເປັນໝູ່ທີ່ເຂົາຮູ້ຈັກກັນແທ້ໆ ແລະ ຄົນທີ່ເຂົາໄວ້ໃຈໃນໂລກຄວາມເປັນຈິງ). ພວກເຂົາຄວນທີ່ຈະຄິດເຖິງຂໍ້ມູນທີ່ຂຽນຢູ່ໃນໂລກອອນລາຍ ເພາະວ່າມັນສາມາດທີ່ຈະຖືກເອົາໄປໂພສໃຫມ່ໂດຍທີ່ເຈົ້າຂອງບໍ່ໄດ້ອະນຸຍາດ ຖ້າວ່າຂໍ້ມູນນີ້ຕົກໄປຢູ່ກັບຜູ້ທີ່ບໍ່ຫວັງດີ ກໍ່ອາດເກີດຄວາາມສ່ຽງໃນໂລກຄວາມຈິງໄດ້ ເພາະວ່າພວກເຂົາອາດຈະນຳໄປຫາທີ່ຢູ່ແທ້ຂອງເດັກໄດ້.

ຖາມເດັກກ່ຽວກັບໝູ່ທີ່ຢູ່ໃນໂລກອອນລາຍ- ເຮົາຮູ້ວ່າບາງຄົນແມ່ນຕົວະໃນໂລກອອນລາຍ ແລະ ບາງເທື່ອພວກເຂົາກໍ່ສ້າງສະຖານະທີ່ບໍ່ແມ່ນຄວາມຈິງ. ດວ້ຍເຫດນີ້ຈິ່ງເປັນສິ່ງສຳຄັນທີ່ເດັກຄວນຈະເຂົ້າໃຈສິ່ງນີ້. ເດັກ ແລະ ຊາວໝຸ່ມບໍ່ຄວນຈະໃຫ້ຂໍ້ມູນສ່ວນຕົວໃຫ້ກັບບຸກຄົນອື່ນນອກຈາກ “ໝູ່” ທີ່ເຂົາຮູ້ຈັກໃນໂລກຄວາມເປັນຈິງ. ທ່ານຄວນເວົ້າເຖິງວິທີເຮັດໃຫ້ເດັກປອດໄພຢູ່ໃນໂລກອອນລາຍ ແລະ ຖ້າເກີດເຂົາຈະໄປພໍ້ກັບ “ໝູ່ທາງອອນລາຍ” ແທ້ໆກໍ່ຄວນຈະພາໝູ່ທີ່ເຂົາຮູ້ຈັກໄປນຳ ແລະ ບອກພໍ່ແມ່ວ່າຈະໄປໃສ.

ຕັ້ງຄ່າຄວບຄຸມຂອງຜູ້ປົກຄອງຢູ່ຄອມພິວເຕີ້ລູກຂອງທ່ານ ລວມເຖິງໂທລະສັບ ແລະ ເຄື່ອງເລ່ນເກມ- ການຕິດຕັ້ງຄ່ານີ້ສາມາດປ້ອງກັນເດັກຈາກເລື່ອງທີ່ບໍ່ເໝາະສົມ ແລະ ອາດຈະຜິດກົດໝາຍ ທ່ານສາມາດທີ່ຈະປັບຄ່າເຫລົ່ານີ້ຕາມອາຍຸ ແລະ ຄວາມສາມາດຂອງເດັກ ທ່ານຍັງສາມາດຕັ້ງຄ່າເພື່ອປ້ອງກັນເດັກເລ່ນເກມ ຫລື ອິນເຕີເນັດດົນເກີນໄປ ການຕັ້ງຄ່າເຫລົ່ານີ້ບໍ່ມີຄ່າໃຊ້ຈ່າຍ ແລະ ທ່ານສາມາດເຮັດໄດ້ດ້ວຍໂຕຂອງທ່ານເອງ ຫລືທ່ານສາມາດໂທຫາບໍລິສັດຜູ້ໃຫ້ບໍລິການເພື່ອທີ່ຈະຊ່ວຍທ່ານ ຫລື ເຂົ້າໄປໃນເວັບໄຊCEOP’s parents site ໃນໜ້າຫລັກກໍ່ຄວນຄົ້ນຫາຂໍ້ມູນເພີ່ມເຕີມ.

ລົມກັບລູກຂອງທ່ານກ່ຽວກັບເທັກໂນໂລຊີດີຈິຕໍ ແລະ ຄວາມສ່ຽງອອນລາຍ- ບໍ່ແມ່ນເລື້ອງທີ່ແປກທີ່ເດັກຈະພົບກັບສະຖານະການທີ່ເຂົາຮູ້ສຶກບໍ່ສະບາຍໃຈ ຫລື ບາງຢ່າງທີ່ເຂົາບໍ່ຢາກທີ່ຈະເຫັນ. ໂດຍການເວົ້າລົມກັບເດັກກ່ຽວກັບເວັບໄຊ ທີ່ເດັກມັກ ແລະ ຈະເຮັດໃຫ້ເດັກຮູ້ໃນເລື່ອງຄວາມສ່ຽງ ພວກເຂົາຈະມີແນວໂນ້ມທີ່ຈະລົມກັບທ່ານຫລາຍຂຶ້ນຫາກເຂົາພົບເຫັນສິ່ງທີ່ເຮັດໃຫ້ເກີດຄວາມກັງວົນ.

ຮຸ້ວ່າຈະຂໍຄວາມຊ່ວຍເຫລືອໄດ້ຈາກບ່ອນໃດຫາກທ່ານກັງວົນກ່ຽວກັບລູກຂອງທ່ານ- ໃນສະຖານະການສຸກເສີນກະລຸນາຕິດຕໍ່ຕຳຫລວດທ້ອງຖິ່ນຂອງທ່ານ.

ສຳຫລັບຂໍ້ມູນເພີ່ມເຕີມ ແລະ ວິທີການຊ່ວຍໃຫ້ເດັກປອດໄພຢູ່ໃນໂລກອອນລາຍ ທ່ານສາມາດເຂົ້າເບິ່ງເວັບໄຊ CEOP’s Thinkuknow website ໄດ້.