ບໍ່ວ່າຈະເປັນລາຍບຸກຄົນ, ທຸລະກິດຂະຫນາດນ້ອຍ ຫຼື ບໍລິສັດຂະຫນາດໃຫຍ່, ຄໍາແນະນໍາດັ່ງຕໍ່ໄປນີ້ແມ່ນວິທີການທີ່ເປັນປະໂຫຍດທີ່ທ່ານສາມາດນຳໃຊ້ ເພື່ອເຮັດໃຫ້ການທ່ອງທ່ຽວປອດໄພຂຶ້ນສຳລັບເດັກກຸ່ມສ່ຽງ.ຮຽນຮູ້ສິ່ງທີ່ທ່ານສາມາດເຮັດໄດ້.
ນະໂຍບາຍທີ່ຂຽນຂຶ້ນມານັ້ນຈະແຈ້ງ ຊຶ່ງບໍລິສັດຂອງທ່ານຈະບໍ່ຍອມໃຫ້ເກີດມີການທາລຸນ ແລະ ຂູດ ຮີດເດັກ. ມັນໜ້າຈະງ່າຍດາຍ, ຈິງຈັງ ແລະ ໄດ້ຮັບຜົນ ພ້ອມກັບຂັ້ນຕອນທີ່ຈະແຈ້ງເພື່ອປ້ອງກັນ ແລະ ຮັບມືກັບການທາລຸນເດັກ. ສິ່ງສຳຄັນທີ່ສຸດກໍຄືວ່າ: ນະໂຍບາຍຂອງທ່ານບໍ່ຄວນ ເປັນພຽງ ແຕ່ ຄຳເວົ້າທີ່ຢູ່ໃນເຈ້ຍເທົ່ານັ້ນແຕ່ວ່ານະໂຍບາຍເຫຼົ່ານັ້ນຕ້ອງໄດ້ຮັບການປະຕິບັດຢ່າງເອົາຈິງເອົາຈັງໂດຍ ຜູ້ຈັດການ ແລະ ພະນັກງານຂອງບໍລິສັດ. ກະລຸນາເບິ່ງຕົວຢ່າງຂອງນະໂຍບາຍການປົກປ້ອງເດັກ.
ການເປັນຫົວໜ່ວຍທຸລະກິດທີ່ປອດໄພຕໍ່ເດັກນັ້ນ ບໍ່ພຽງແຕ່ເປັນປະໂຫຍດແກ່ເດັກທີ່ທ່ານກຳລັງຊ່ວຍ ເຫຼືອປົກປ້ອງ ແຕ່ຍັງສາມາດເຮັດໃຫ້ທ່ານສ້າງຫົວໜ່ວຍທຸລະກິດທີ່ດີກວ່າເກົ່າ. ຈົ່ງຕື່ມການທົດສອບ ຕໍ່ໄປນີ້ ເພື່ອວັດແທກເບິ່ງວ່າ ທຸລະກິດຂອງທ່ານດຳເນີນການປົກປ້ອງເດັກຈາກການທາລຸນ ແລະ ການໃຊ້ແຮງງານເດັກໃນອຸດສະຫະກຳການທ່ອງທ່ຽວ. ຈົ່ງທົດສອບ.
ການທ່ອງທ່ຽວແບບສະໝັກໃຈ ໄດ້ໃຫ້ໂອກາດແກ່ນັກເດີນທາງທ່ອງທ່ຽວໄດ້ມີປະສົບການທີ່ເປັນເອກະ ລັກ ແລະ ຄຸ້ມຄ່າ, ແຕ່ການສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນອາດຈະເປັນຜົນກະທົບແບບຖາວອນ. ແຕ່ເຖິງຢ່າງໃດກໍ່ຕາມ ໃນຂະນະທີ່ການທ່ອງທ່ຽວແບບສະໝັກໃຈຊຶ່ງແມ່ນເຈດຕະນາທີ່ດີ ປາສະຈາກ ການວາງແຜນທີ່ເໝາະສົມ ການຄຸ້ມຄອງ ແລະ ການກວດກາແລ້ວຜົນກະທົບດັ່ງກ່າວອາດເປັນໄພຕໍ່ ຊຸມຊົນ.
ເພື່ອຮັບປະກັນຄວາມອາດສາມາດດ້ານບວກທີ່ບົ່ມຊ້ອນຂອງຂະແໜງການນີ້ ອົງການທ່ອງທ່ຽວນິເທດ ສາກົນ, ມູນນິທິເພລເນັດເຕີຣາ ແລະ ຄະນະທີ່ປຶກສາລະຫວ່າງຊາດ ໄດ້ຮ່ວມມືກັນພັດທະນາແຜນນະ ໂຍບາຍດ້ານການທ່ອງທ່ຽວແບບສະໝັກໃຈ. ແນວທາງເຫຼົ່ານີ້ ໄດ້ສັງລວມເອົາການດຳເນີນງານທີ່ດີທີ່ ສຸດ ຊຶ່ງລວມມີ ການທີ່ຈະປົກປ້ອງ ແລະ ສົ່ງເສີມສະຫວັດດີການຂອງເດັກຄືແນວໃດ. ກະລຸນາອ່ານ ນະໂຍບາຍ.