ນັກເດີນທາງທີ່ປອດໄພສໍາລັບເດັກ
ບົດລາຍງານນີ້ສະເຫນີຜົນໄດ້ຮັບຂອງການສຶກສາທີ່ໄດ້ເກັບກໍາຢູ່ໃນບາງກອກ ປະເທດໄທໃນໄລຍະເດືອນເມສາ – ພຶດສະພາ 2013 ການຄົ້ນຄວ້າໄດ້ສຶກສາລົງເລິກຕໍ່ຈາກບົດຄົ້ນຄ້ວາທີ່ຜ່ານມາເລື່ອງ“ການທ່ອງທ່ຽວທີ່ປອດໄພສຳລັບເດັກ: ມູມມອງຂອງນັກທ່ອງທ່ຽວ” ບົດຄົ້ນຄວ້ານີ້ແມ່ນໄດ້ຮວບຮວມຜົນຂອງການລົງເລີກໄປທີ່ຄວາມຄິດເຫັນຂອງນັກທ່ອງທ່ຽວ ກ່ຽວກັບເລື່ອງການຂູດຮີດເດັກທີ່ເຊື່ອມໂຍງກັບການທ່ອງທ່ຽວ ໃນປະເທດກໍາປູເຈຍ. ສປປ ລາວ, ໄທ ແລະ ຫວຽດນາມ ໂດຍຮວບຮວມຄວາມຄິດເຫັນຂອງນັກທ່ອງທ່ຽວໃນເລື່ອງການທ່ອງທ່ຽວທີ່ປອດໄພສຳລັບເດັກ ຈາກນັກທ່ອງທ່ຽວທັງຫມົດ 268 ຄົນທີ່ມາຈາກ 39 ປະເທດໄດ້ສໍາຫຼວດ ແລະສໍາພາດໃນຄັ້ງນີ້. ຈາກບົດຄົ້ນຄວ້ານີ້ເຫັນໄດ້ວ່ານັກທ່ອງທ່ຽວໃນອາຊີຕາເວັນອອກສຽງໃຕ້ຕ້ອງການ ສິ່ງຕໍ່ໄປນີ້ຄື:
1. ຂໍ້ມູນທີ່ຊັດເຈນກ່ຽວກັບວິທີການເປັນນັກເດີນທາງທີ່ປອດໄພສໍາລັບເດັກ.
2. ຫຼາຍທາງເລືອກສຳລັບລູກຄ້າ ທີ່ກ່ຽວຂ້ອງກັບການທ່ອງທ່ຽວປອດໄພສໍາລັບ.
3. ການທີ່ຈະຮວມເປັນສ່ວນໜຶ່ງຂອງການປ່ຽນແປງ ດໍາເນີນການໂດຍລັດຖະບານ ແລະພາກອຸດສາຫະກໍາການທ່ອງທ່ຽວ.
ກະລຸນາອ່ານການລາຍງານ ສະບັບເຕັມ ແລະ ເບິ່ງຂໍ້ມູນຮູບພາບຂອງການຄົ້ນພົບທີ່ສໍາຄັນ.