Warning: "continue" targeting switch is equivalent to "break". Did you mean to use "continue 2"? in /home/thecode1/public_html/childsafetourism.org/wp-content/plugins/seo-ultimate/modules/class.su-module.php on line 1195

Warning: Declaration of Menu_With_Description::start_el(&$output, $item, $depth, $args) should be compatible with Walker_Nav_Menu::start_el(&$output, $item, $depth = 0, $args = NULL, $id = 0) in /home/thecode1/public_html/childsafetourism.org/wp-content/themes/childsafe_v2/functions.php on line 665
ອົງການຢູນີ​ເຊັບ

Child Safe Tourism

September 2, 2013

ອົງການຢູນີ​ເຊັບ: ຂໍ້​ມູນສະຖິຕິສະພາບລວມຂອງການລ່ວງ​ລະ​ເມີດເດັກໃນອາຊີຕາເວັນອອກ ແລະປາຊີຟິກ

ໃຫ້​ຂໍ້​ມູນໂດຍ – ທ່ານ ອາ​ມະ​ລີ ​ເມັກ​ຄອຍ, ຫົວຫນ້າຊ່ຽວຊານການ​ປົກ​ປ້ອງ​ເດັກຂອງອົງການຢູນີ​ເຊັບປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ.

ການລ່ວງ​ລະ​ເມີດ, ການປ່ອຍປະ​ລະ​ເລີຍ, ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ການຂູດ​ຮີດ​ເດັກ ແມ່ນ​​ໄດ້ແຜ່ຂະຫຍາຍຫຼາຍ​ຂຶ້ນ​ຢ່າງ​ໜ້າ​ເປັນ​ຫວ່ງ ​ແລະ ຜົນກະທົບຕໍ່ເດັກສາມາດເກີດຂຶ້ນທັນທີ ​ເຊິ່ງ​ໄດ້​ສົ່ງ​ຜົນ​ໄລຍະຍາວ ແລະ ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່, ບົດ​ລາຍ​ງານຄົ້ນຄວ້າຂອງອົງການຢູນີ​ເຊັບ​ ທີ່​ໄດ້​ເຜີຍ​ແພ່ໃນປີ 2012 ການປະຕິບັດທີ່ບໍ່ດີຕໍ່ເດັກ: ການ​​ແພ່​ຂະຫຍາຍຂອງ​ເຫດການ ແລະ ຜົນກະທົບຢູ່ໃນອາຊີຕາເວັນອອກ ແລະ ປາຊີຟິກ. ​ໄດ້ຢັ້ງຢືນແນວໂນ້ມຂອງການລ່ວງ​ລະ​ເມີດເດັກໃນຮູບແບບທີ່​ໄດ້​ກ່າວຂ້າງເທິງນີ້. ບົດລາຍ​ງານຄົ້ນຄວ້າໄດ້ຮວບຮວມສິ່ງທີ່ຄົ້ນພົບ​ໄດ້ຈາກການສຶກສາຂອງ 364 ກໍລະນີທີ່ໄດ້ຮັບການກວດ​ສອບ ໂດຍລະບົບທີ່​ທັນ​ສະ​ໄໝ ແລະ ໄດ້ຈັດພີມໃນລະຫວ່າງປີ 2000 ຫາ 2010 ເຊິ່ງແມ່ນກ່ຽວກັບການປະຕິບັດທີ່ບໍ່ດີຕໍ່ເດັກ: ການ​​ແພ່​ຂະຫຍາຍຂອງ​ເຫດການ ແລະ ຜົນກະທົບຢູ່ໃນຂົງ​ເຂດພາກພື້ນ.

ການສຶກສາຢ່າງເປັນລະບົບ​ນີ້​ໄດ້​ເປີດ​ເຜີຍກໍລະນີສຶກສາດ້ານຄຸນນະພາບຫຼາຍກໍລະນີກ່ຽວ​ກັບ​ການ​​ແພ່​ຂະຫຍາຍຂອງ​ເຫດການ ​ແລະ ​ເຫດ​ການ​ທີ່​ເດັກ​ຖືກ​ລ່ວງ​ລະ​ເມີດ​ທາງ​ຮ່າງກາຍ, ທາງ​ເພດ ​ແລະ ທາງ​ຈິດ​ໃຈ. ມີ​ຂໍ້ມູນ​ທາງສະຖິຕິຫຼາຍ​ຈຳນວນ ທີ່​ສະ​ແດງ​​ໃຫ້​ເຫັນ​ເຖິງ​ຄວາມ​ຫນ້າ​ເປັນ​ຫວ່ງ ລວມມີດັ່ງຕໍ່ໄປນີ້ :

  • ການ​ແພ່​ຂະຫຍາຍ​ຂອງ​ການ​ລ່ວງ​ລະ​ເມີດທາງດ້ານຮ່າງກາຍຢ່າງຮຸນແຮງທີ່ເກີດຂຶ້ນກັບເດັກ 9%, ແລະ ເກືອບຈະ 1 ໃນ 4 ຂອງເດັກທັງຫມົດຢູ່ໃນພາກພື້ນນີ້.
  • ໃນລະຫວ່າງ 14% ​ເຖິງ 30% ຂອງເດັກຊາຍ ແລະ ເດັກຍິງໄດ້​ມີ​ການລາຍງານວ່າ​ເຄີຍຖືກບັງຄັບໃຫ້ມີເພດສຳພັນໃນ​ໄລຍະ​ໃດ​ໜຶ່ງ​ຂອງໃນຊີວິດຂອງເຂົາເຈົ້າ.
  • ເດັກໄວລຸ້ນ ແລະ ຜູ້ໃຫຍ່ທີ່​ເຄີຍຖືກລ່ວງ​ລະ​ເມີດທາງຮ່າງກາຍ ​ແລະ ທາງເພດໃນໄວເດັກ​ ແມ່ນມີ​ໂອກາດ 4 ​ເທົ່າ​ໃນ​ການ​ຄິດ ຫຼື​ພະຍາຍາມ​ຂ້າ​ຕົວ​ຕາຍປຽບທຽບກັບຄົນອື່ນ.

ແຕ່ຫນ້າເສຍດາຍ ທີ່ບໍ່ມີຂໍ້​ມູນ​ກໍລະນີສຶກສາກ່ຽວກັບການ​ແພ່​ຂະຫຍາຍ ​ແລະ ກໍລະນີ​ຂອງ​ການ​ຄ້າ​ເດັກ ​ເພື່ອຂູດ​ຮີດ​ທາງ​ເພດ. ຢ່າງໃດກໍຕາມ ​ແມ່ນ​ມີ​ກໍລະນີ​ສຶກສາຈໍານວນໜຶ່ງ​ທີ່​ໄດ້​ຖືກເປີດເຜີຍຕົວ​ເລກ ແລະ ສະພາບການ​ດຳລົງ​ຊີວິດ​ຂອງ​ເດັກ​ທີ່​ຄ້າ​ປະ​ເວນີ ຕົວຢ່າງເຊັ່ນ:

  • ໃນປະ​ເທດຫວຽດນາມ: ປີ 2010 ການສຶກສາຄົ້ນ​ຄ້ວາໂດຍ​ອົງການ​ຢູນີ​ເຊັບ ແລະ ກະຊວງ​ສະຫວັດດີ​ການ​ສັງຄົມ ​ແລະຄົນພິການ ໄດ້ເຫັນວ່າປະມານ 15% ຂອງແມ່ຍິງໂສເພນີແມ່ນເດັກອາຍຸ​ຕໍ່າ​ກວ່າ 18 ປີ.
  • ໃນປະ​ເທດ​ໄທ: ປີ 2005 ການສຶກສາຄົ້ນ​ຄ້ວາໂດຍ​ອົງການແຮງງານສາກົນ ໄດ້ເຫັນວ່າ 19.8% ຂອງເດັກ ແລະ ແມ່ຍິງທີ່​ຄ້າ​ປະ​ເວ​ນີ ໄດ້ລາຍງານວ່າປະສົບການຂອງ​ການ​ມີເພດສຳພັນຄັ້ງທໍາອິດຂອງເຂົາເຈົ້າແມ່ນຖືກຂົ່ມຂືນ.
  • ໃນປະ​ເທດກໍາປູເຈຍ: ປີ 2009 ການສຶກສາຄົ້ນ​ຄ້ວາໂດຍ​ອົງການ​ເອັກ​ແພັກສາ​ກົນ ປະຈຳ​ທີ່​ປະ​ເທດ​ກຳປູ​ເຈຍ​ຈາກການເກັບກໍາຂໍ້ມູນຈາກອົງການຈັດ​ຕັ້ງ​ສາກົນໃນທົ່ວປະເທດໄດ້ພົບເຫັນວ່າ 37% ຂອງຜູ້ຖືກເຄາະຮ້າຍຂອງການຄ້າ​ເພື່ອ​ຂູດ​ຮີດ​ທາງເພດ​ແມ່ນເດັກ.

ເບິ່ງຜົນກະທົບຂອງການປະຕິບັດບໍ່ດີຕໍ່ເດັກ ລະບົບກວດກາພົບ​ເຫັນ​ວ່າເດັກ ​ແລະ ຊາວ​ໝຸ່ມ ທີ່​ເຄີຍ​ຖືກ​ລ່ວງ​ລະ​ເມີດ ​ແລະ ຂູດ​ຮີດ ​ແມ່ນ​ຈະ​ມີ​ສະພາບ​ຈິດ​ໃຈ ​ແລະ ຮ່າງກາຍ​ທີ່​ບໍ່ດີ, ​ການ​ບັງຄັບ​​ໃຫ້​ມີເພດສຳພັນ​ທີ່​ບໍ່ປອດ​ໄພ ​ເປັນໂອກາດທີ່ຈະມີບາດເຈັບທາງດ້ານຮ່າງກາຍທີ່ເກີດຂຶ້ນຈາກການມີເພດສໍາພັນ​ໃນ​ໄວ​ເດັກ​ເກີນ​ໄປ ຫຼື ການທີ່​ບໍ່ສາມາດເຂົ້າເຖິງການ ​ປີ່​ນປົວ​ຮັກສາ​ທີ່​ດີ ກໍ່ຈະ​ສົ່ງ​ຜົນ​ໃນໄລຍະຍາວຕໍ່ສຸຂະພາບ ແລະ ການພັດທະນາຂອງເດັກເຫຼົ່ານີ້. ການສຶກສາຍັງໄດ້ເຫັນວ່າມີບັນຫາທາງຈິດໃຈພໍສົມຄວນ, ຕົວຢ່າງ ມີອາການຊຶມເສົ້າສູງ, ຄວາມອັບອາຍ ແລະ ຄວາມຄິດ ຫຼືພະຍາຍາມຂ້າຕົວຕາຍ. ເດັກເຫຼົ່ານີ້ຈະມີບັນຫາໃນການຮໍ່າຮຽນ ແລະມີໂອກາດທີ່ຈະເຂົ້າໄປພົວພັນກັບຢາເສບຕິດ ແລະ​ໃຊ້ຄວາມຮຸນແຮງຫຼາຍກ່ວາເມື່ອພວກເຂົາໃຫຍ່ຂື້ນ​ມາ.

ການຄົ້ນພົບເຫຼົ່ານີ້ສະແດງໃຫ້ເຫັນວ່າມີຄວາມຕ້ອງການອັນຮີບດ່ວນສໍາລັບລັດຖະບານ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງການພັດທະນາ, ການສຶກສາຈະຕ້ອງ​ຮ່ວມ​ກັນ​ພັກ​ດັນນະໂຍບາຍ ແລະ ການປະສານງານຮ່ວມກັນເພື່ອເຮັດໃຫ້ລະບົບການປົກປ້ອງເດັກ​ເຂັ້ມ​ແຂງ​ຂຶ້ນໃນພາກພື້ນ ອາຊີຕາເວັນອອກ ແລະປາຊີຟິກ. ຄວາມພະຍາຍາມ ທັງພາກພື້ນຈະພັກ​ດັນ​ໄປ​ສູ່ນະໂຍບາຍທີ່ເປັນຫຼັກການ​ພື້ນຖານ ​ແລະ ໂຄງການທີ່​ຈະປ້ອງກັນການປະຕິບັດທີ່ບໍ່ດີຕໍ່ເດັກ​ເຊັ່ນ: ການ​ຂູດ​ຮີດ​ທາງ​ເພດ​ເດັກ ແທນທີ່ຈະຕອບ​ໂຕ້​​ເປັນ​ລາຍ​ກໍລະນີ​ຂອງ​ການ​ລ່ວງ​ລະ​ເມີດເທົ່າ​ນັ້ນ, ​ເພາະວ່າ​ສ່ວນ​ຫຼາຍ​ແລ້ວ​ກໍລະນີ​ທີ່​ເກີດ​ຂຶ້ນຂອງ​ການ​ລ່ວງ​ລະ​ເມີດ​ເດັກ, ປ່ອຍປະ​ລະ​ເລີຍ, ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ການ​ຂູດ​ຮີດ ​ແມ່ນ​ບໍ່​ເຄີຍ​ມີ​ການ​ລາຍ​ງານ, ​ແລະ ​ເປັນຜົນກະທົບທີ່​ສົ່ງ​ຜົນ​ທາງດ້ານລົບພໍສົມຄວນ ມັນຈຶ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ປະສານ​ງານ​ກັນ​ຢ່າງ​ມີ​ປະສິດທິພາບຫຼາຍ​ຂຶ້ນ ​ເພຶ່ອທີ່​ຈະ​ປ້ອງ​ກັນ​ການ​ປະຕິບັດ​ທີ່​ບໍ່ດີ​ຕໍ່​ເດັກ​ກ່ອນ​ທີ່​ເຫດການ​ຈະ​ເກີດ​ຂຶ້ນ.

ທ່ານສາມາດອ່ານບົດລາຍງານສະບັບ​ເຕັມ​ໄດ້​ຈາກ ບົດລາຍງານການ​ປະຕິບັດບໍ່ດີຕໍ່ເດັກ ຂອງ​ອົງການ​ຢູນີ​ເຊັບ (ມີ​ແຕ່​ສະບັບ​ພາສາອັງກິດເທົ່ານັ້ນ).